ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມ ປຶກສາຫາລືກ່ຽວກັບການປະເມີນຄວາມຕ້ອງການ, ຕົວຊີ້ບອກ, ແນະນຳ ແລະ ເກັບກໍາຂໍ້ມູນສະຖິຕິ ກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ໃນຕອນເຊົ້າ ຂອງວັນທີ 29 ມີຖຸນາ ປີ 2022 ເວລາ 09 ໂມງ 30 ນາທີ  ໄດ້ຈັດກອງປະຊຸມທີ່ ຫ້ອງປະຊຸມ ຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພຊສ ແຂວງ ສະຫວັນນະເຂດ ມີຄະນະທີມຈາກສູນກາງ, ຜູ້ເຂົ້າຮ່ວມຈາກຂະແໜງ ການ, ວິຊາການທີ່ກ່ຽວຂ້ອງ ພາຍໃນພະແນກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 07 ທ່ານ.

ພາຍຫຼັງທີ່ທ່ານປະທານໄດ້ມີຄໍາເຫັນຕໍ່ກອງປະຊຸມແລ້ວ ທາງຄະນະທີມງານຈາກສູນກາງກໍ່ໄດ້ ແນະນໍາ ແລະ ອະທິບາຍກ່ຽວກັບບັນດາຮ່າງສະຖິຕິທີ່ກ່ຽວພັນກັບວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊັ່ນ:

  • ແນະນໍາຮ່າງແບບຟອມ ປະເມີນສະພາບຄວາມຕ້ອງການນໍາໃຊ້ ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ;
  • ຮ່າງແບບຟອມປະເມີນຄວາມຕ້ອງການ ຂໍ້ມູນໃນການນໍາໃຊ້ສະຖິຕິ ຊສ;
  • ທາບທາມໂຕຊີ້ບອກ, ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຕ້ອງການເກັບກໍາ ແລະ ລາຍງານຂໍ້ມູນ;

ຫຼັງຈາກນັ້ນ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ມອບປຶ້ມສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ ພຊສ ແຂວງ ເຊິ່ງເປັນກຽດຮັບໂດຍ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພຊສ ແຂວງ.

ກອງປະຊຸມໄດ້ດໍາເນີນ ມາຮອດເວລາ 11 ໂມງ 50 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.

 

ສ້າງຂະບວນການ ອານາໄມລວມ ພາຍໃນອາຄານສະຖານທີ ຫ້ອງເຮັດວຽກ ແລະ ຫ້ອງປະຊຸມ

ໃນຕອນເຊົ້າ ຂອງວັນທີ 10 ມີຖຸນາ 2022 ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ພາຍໃນຕຶກອາຄານສະຖານທີເຮັດວຽກ ແລະ ຫ້ອງປະຊຸມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນການສືບຕໍ່ປະຕິບັດຂໍ້ແຂ່ງຂັນຂອງ 03 ອົງການຈັດຕັ້ງມະຫາຊົນພາຍໃນ ພຊສ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ມີຜູ້ເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 35 ສະຫາຍ.

 

ພິທີ ຮັບສະມາຊິກພັກສຳຮອງ ໜ່ວຍພັກ ຂະແໜງ ບໍລິຫານ ແລະ ຈັດຕັ້ງ

ຕອນແລງ ເວລາ 08 ໂມງ 30 ນາທີ ຂອງວັນທີ 21 ມີຖຸນາ 2022 ໜ່ວຍພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢູ່ທີ່ຫ້ອງປະຊຸມ​ໃຫຍ່ ຊັ້ນ IV ຂອງພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນເຂດ ​ໂດຍ​ການປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີເລຂາໜ່ວຍພັກ, ປະທານກວດກາພັກ, ຄະນະພັກ, ສະມາຊິກພັກ​ສົມບູນ ​ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 11 ສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ປິດຕາ ໄຊຍະລາດ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈຳນວນ 2 ສະບັບຄື: ເລກທີ 495/ຄປພຂ, 496/ຄປພຂ ລົງວັນທີ 10 ພຶດສະພາ 2022; 

ຈາກນັ້ນ ສະຫາຍ ສີວິໄລພອນ ສີສຸວົງ ຄະນະພັກຮາກຖານ, ທັງເປັນເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ເປັນກຽດ ຂຶ້ນມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະບັບເລກທີ 495-496 ພຶດສະພາ 2022 , ພ້ອມທັງໄດ້ ອະທິບາຍຄວາມໝາຍ, ສັນຍາລັກ ຂອງທຸງຊາດ ແລະ ທຸງພັກ ໃຫ້ສະຫາຍສະມາຊິກພັກສຳຮອງ ໄດ້ຮັບຮູ້ ແລະ ເຂົ້າໃຈ;

 

ໃນຕອນທ້າຍ ຂອງພິທີ ສະຫາຍ ພູທອນ ຍອດບຸນເຮືອງ ເປັນກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ເລົ່າເຖີງມູນເຊື້ອ ແລະ ການເປັນມາຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍຫຍໍ້ ໃນນັ້ນສະຫາຍໄດ້ເນັ້ນໜັກຕໍ່ໜ້າທີສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ  ຮຽກຮ້ອງມາຍັງ ຄະນະພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ – ແນວຄິດ, ຍົກສູງຄວາມ ຮັບ ຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມສື່ສັດສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີ່ດີເດັ່ນ, ປອດໃສ ເຂັ້ມແຂງ ໜັກແໜ້ນ.  ຫຼັງຈາກນັ້ນ ສະມາຊິກພັກໃໝ່ຂື້ນຮັບຄຳໂອ້ວາດ ແລະ ປະຕິຍານຕົນຕໍ່ພິທີ;

ພິທີດັ່ງກ່າວ ໄດ້ປິດລົງຢ່າງເປັນທາງການ ໃນເວລາ: 12:00 ນາທີ ຂອງວັນດຽວກັນ.

 

ກອງປະຊຸມການລາຍງານ, ປຶກສາຫາລື ແລະ ຜັນຂະຫຍາຍ ກ່ຽວກັບຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ

ໃນຕອນເຊົ້າຂອງວັນທີ 15 ມີຖຸນາ 2022 ເວລາ 8 ໂມງ 30 ນາທີ ຢູ່ທີຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວ   ໜ້າພະແນກ ຊສ ແຂວງ ມີພະແນກການອອ້ມຂ້າງແຂວງ ເຊັ່ນ: ສະພາປະຊາຊົນແຂວງ, ພະແນກຍຸຕິທໍາ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກ ຖວທ, ເຂດເສດຖະກິດພິເສດ, ກອງບັນຊາການ ປກຊ ແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກພະລັງງານ ແລະ ບໍ່ແຮ່, ຂະແໜງການທີ່ຂຶ້ນກັບພະແນກ ຊສ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 04 ທ່ານ;

ທ່ານ ປະທານກອງປະຊຸມ ໄດ້ມີຄໍາເຫັນ ຕໍ່ກັບການຈັດຕັ້ງປະຕິບັດ ເຊິ່ງໃນເບື້ອງຕົ້ນ ການຜັນຂະຫຍາຍແຜນຈັດສັນທີ່ດິນ ໃນໄລຍະຜ່ານມາ ໃນແຕ່ລະຂະແໜງການທີ່ຄຸ້ມຄອງທີ່ດິນ ຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆສະ ຫວັນນະເຂດ ສະບັບເລກທີ 0811/ຈຂ.ສຂ, ລົງວັນທີ  04 ພຶດສະພາ 2021 ເຖິງປັດຈຸບັນ ການຈັດຕັ້ງປະຕິບັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ວິທີການໃນການແກ້ໄຂ ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

  • ທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກ ( ຫົວໜ້າຂະແໜງທີ່ດິນ ) ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະບັບເລກທີ 0811/ ຈຂ.ສຂ, ລົງວັນທີ 04/05/2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິ ບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ ຮອດປີ 2025 ເຊິ່ງຊີ້ໃຫ້ເຫັນເຖິງພາລະບົບບາດ, ຄວາມຮັບຜິດຊອບ ແຕ່ລະພາກສ່ວນ, ຂະແໜງການທີ ຄຸ້ມຄອງທີ່ດິນ ຕາມ 08 ປະເພດທີ່ດິນ: ຕາມມາດຕາ 31 ຂອງກົດໝາຍທີ່ດິນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ

  • ກອງປະຊຸມໄດ້ຮັບຟັງບັນດາພະແນກການລາຍງານ,ປະກອບຄໍາເຫັນຈາກພາກສ່ວນທີ່ກ່ຽວຂ້ອງ,ຂະແໜງ ການຕ່າງໆ.

ສັງລວມແລ້ວຜ່ານການກວດກາ, ລາຍງານຂອງແຕ່ລະແໜງການຕ່າງໆ ເລີ່ມແຕ່ວັນທີ 22 ກັນຍາ 2021 ມາເຖິງປະຈຸບັນ: ເຫັນວ່າບາງຂະແໜງການກໍ່ໄດ້ຜັນຂະຫຍາຍແຜນຈັດສັນທີ່ດິນ ເຂົ້າໃນຂົງເຂດຕົນ ເຊິ່ງໄດ້ມີການສໍາຫຼວດທີ່ດິນບາງປະເພດ, ການສົມທົບຂໍ້ມູນ, ການຕິດຕາມສັງລວມເປັນປົກກະຕິ, ມີງົບປະມານສະໜັບສະໜູນຈາກໂຄງການຕ່າງໆ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ອໍານາດການປົກຄອງແຕ່ລະຂັ້ນ. ຄຽງຄູ່ກັນນັ້ນກໍ່ຍັງມີຫຼາຍຂະແໜງການ ທີ່ຍັງບໍ່ທັນໄດ້ດໍາເນີນການສໍາຫຼວດຈັດສັນທີ່ດິນຂອງຕົນເທື່ອ. ເຮັດໃຫ້ການຜັນຂະຫຍາຍແຜນຈັດສັນທີ່ດິນເບື້ອງຕົ້ນ ຍັງບໍ່ທັນປະຕິບັດບໍ່ທັນໄດ້ດີເທົ່າທີຄວນ.

ກອງປະຊຸມໄດ້ດໍາເນີນ ມາຮອດເວລາ 11 ໂມງ 47 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.

 

 

ສ້າງຂະບວນການ ອະນາໄມລວມ ເພື່ອຄໍານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ

  ໃນຕອນເຊົ້າ ຂອງວັນທີ 27 ພຶດສະພາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ພ້ອມພາກັນສ້າງຂະບວນການອອກແຮງງານ ອະນາໄມລວມ ຕາມຂອບເຂດບໍລິເວນ ອອ້ມຂ້າງຂອງພະແນກການຕົນ ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສຳຄັນຕ່າງຂອງຊາດ ແລະ ສາກົນ.

  1. ລົງຕິດຕາມ, ກວດກາ, ຊຸກຍູ້ ການມອບ-ຮັບໃບຕາດິນ ແລະ ການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນ ໃນ 08 ເມືອງ
  2. ສ້າງຂະບວນການ ອານາໄມລວມ ເພື່ອຄໍານັບຮັບຕ້ອນ ວັນສຳຄັນຕ່າງໆ
  3. ພະແນກ ຊສ ແຂວງສະຫວັນນະເຂດ ສຳເລັດການ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະພະແນກການຕົນ
  4. ກອງປະຊຸມ ສະຫຼຸບວຽກງານ ຊສ ປະຈຳປີ 2021 ແລະ ແຜນການ ປີ 2022

Page 3 of 29

  • 1
  • 2
  • 3
  • 4
  • ...
  • 6
  • 7
  • 8
  • 9
  • 10
  • You are here:  
  • Home

Latest Articles

  • ພຊສ ແຂວງສະຫວັນນະເຂດ ຮັບຮອງເອົາ ເນື້ອໃນການແຂ່ງຂັນ ໃນວຽກງານຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຮອດປີ 2025
  • ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮອດປີ 2025
  • ກອງປະຊຸມ ສະຫຼຸບສະຫຼຸບ ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ 5 ປີ (20162020)
  • ຂະບວນການອອກແຮງງານອານາໄມລວມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
  • ພິທີປະຖະກະຖາ ແລະ ເຊື່ອມຊຶມເອກະສານວັນສໍາຄັນຂອງຊາດ ແລະ ຂອງສາກົນ
223414
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
278
1706
2284
220071
5893
6465
223414

Your IP: 18.206.92.240
2023-03-23 17:44
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ