ລົງຕິດຕາມ, ກວດກາ, ຊຸກຍູ້ ການມອບ-ຮັບໃບຕາດິນ ແລະ ການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນ ໃນ 08 ເມືອງ
ໃນຄັ້ງວັນທີ 10-12 ພຶດສະພາ 2022 ແລະ ວັນທີ 06-08 ມີຖຸນາ 2022 ທ່ານ ບູລິກາອິນທິລາດ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການມອບ-ຮັບໃບຕາດິນ ແລະ ການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນ ໃນ 08 ເມືອງ ຄື: ເມືອງໄຊບູລີ, ເມືອງອາດສະພອນ, ເມືອງອາດສະພັງທອງ, ເມືອງພະລານໄຊ, ເມືອງພີນ, ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງນອງ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 17 ທ່ານ. ເຫັນວ່າໃນໄລຍະຕົ້ນປີ 2022 ນີ້ ບັນດາເມືອງດັ່ງກ່າວ ສາມາດ ມອບໃບຕາດິນ ໃຫ້ແກ່ເຈົ້້າຂອງສິດນຳໃຊ້ທີ່ດິນ ໄດ້ທັງໝົດ 4.158 ໃບ ເທົ່າກັບ 47,78 ສ່ວນຮ້ອຍ ຂອງແຜນການ ແລະ ມາຮອດປະຈຸບັນ ເຫັນວ່າມີການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນທັງໝົດ 38.687 ຊຸດ.
ພາຍຫຼັງທີ່ໄດ້ຮັບຟັງ ການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ສຳຫຼວດວັດແທກ ພິສູດຫຼັກຖານອອກໃບຕາດິນ, ຂໍ້ສະດວກ, ຂອດຫຍຸ້ງຍາກ ແລະ ແຜນການຕໍ່ໜ້າ ຂອງບັນດາເມືອງຕ່າງໆ ແລ້ວທ່ານທ່ານ ບູລິກາອິນທິລາດ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງ ກໍ່ໄດ້ມີຄຳເຫັນ ແລະ ໃຫ້ຄຳແນະນຳ ວິທີການແກ້ໄຂ ຂໍ້ຄົງຄ້າງຕ່າງໆ ເພື່ອເຮັດໃຫ້ ການສືບຕໍ່ຈັດຕັ້ງປະຕິບັດວຽກງານ ບຸນລຸໄດ້ຕາມຄາດໝາຍທີ່ວາງໄວ້ ເຊິ່ງທ່ານຂໍໃຫ້ຫ້ອງການ ຊສ ເມືອງເອົາໃຈໃສ່ ໃນການຕິດຕາມ, ກວດກາ, ສະຫຼຸບປະເມີນຜົນການເຄື່ອນໄຫວວຽກງານຂອງຕົນ ເປັນໄລຍະ, ພ້ອມກັນນັ້ນ ກໍ່ຕ້ອງມີແຜນການ, ມາດຕະການ, ມີການຊຸກຍູ້ ແລະ ປະຕິບັດວຽກງານ ຢ່າງເປັນລະບົບຕໍ່ເນື່ອງ ແລະ ສຳເລັດຕາມກຳນົດເວລາ; ໄປຄຽງຄູ່ກັບການເຄື່ອນໄຫວ ວຽກວັດແທກອອກໃບຕາດິນ ຢູ່ບ້ານເປົ້າໝາຍ ນັ້ນກໍ່ຕ້ອງໄດ້ຍົກສູງການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານການເງິນ ເພື່ອເຮັດໃຫ້ມີສະພາບຄ່ອງ ໃນການສ້າງລາຍຮັບດ້ວຍຕົນເອງ, ກຸ່ມຕົນເອງ, ເພິິ່ງຕົນເອງທາງດ້ານງົບປະມານວິຊາການ ໄລຍະຍາວທີ່ອາດສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ໃນແຕ່ລະເມືອງ ເພາະບໍ່ມີງົບປະມານຈາກລັດສະເພາະ ອາໃສ່ລາຍຮັບທີ່ກັບໄດ້ຈາກຄ່າບໍລິການວິຊາການ ນຳໃຊ້ເຂົ້າໃນວຽກໂດຍກົງ 90 ສ່ວນຮ້ອຍ ແລະ ອີກ 10 ສ່ວນຮ້ອຍ ແມ່ນນຳໃຊ້ເຂົ້າໃນວຽກບໍລິຫານປິ້ນອ້ອມຕ່າງ ຂອງບັນດາຫ້ອງການ ຊສ ເມືອງ;
ສ້າງຂະບວນການ ອານາໄມລວມ ເພື່ອຄໍານັບຮັບຕ້ອນ ວັນສຳຄັນຕ່າງໆ
ໃນຕອນບ່າຍ ຂອງວັນທີ 27 ພຶດສະພາ 2022 ພະແນກ ຊສ ແຂວງ ໄດ້ສ້າງຂະບວນການ ອານາໄມລວມ ຕາມອາຄານສະຖານທີ່ເຮັດວຽກ ແລະ ປູກດອກໄມ້ປະດັບ ລຽບຕາມແຄມຮົ້ວທາງດ້ານໜ້າ ຂອງພະແນກການຕົນ ທັງນີ້ກໍ່ເພື່ອຄໍານັບຮັບຕ້ອນວັນສຳຄັນຕ່າງ ເຊັ່ນ : ວັນກຳມະກອນສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັນນ້ອຍສາກົນ, ວັນສິ່ງແວດລ້ອມ ແລະ ເພື່ອຕ້ອນຮັບ ກອງປະຊຸມຄົ້ນຄວ້າ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ທີ່ຈະໄຂຂຶ້ນໃນມໍ່ໆນີ້
ພະແນກ ຊສ ແຂວງສະຫວັນນະເຂດ ສຳເລັດການ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະພະແນກການຕົນ
ໃນຄັ້ງວັນທີ 19 ພຶດສະພາ 2022 ທີ່ຜ່ານມາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ສໍາເລັດກອງປະຊຸມຄົ້ນຄວ້າ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກການຕົນ ໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບູນເຮືອງ ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຊີ້ນໍາໂດຍ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານ ການເມືອງແນວຄິດ, ວຽກພັກພະນັກງານ; ມີຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ແລະ ຄະນະຮັບຜິດຊອບການສ້າງແຜນກໍານົດພະນັກງານນໍາພາ ຄຸ້ມຄອງຂັ້ນແຂວງ ເຂົ້າຮ່ວມ ທັງໝົດ 84 ທ່ານ;
ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ໂຄງປະກອບບຸກຄະລາກອນ ເປົ້າໝາຍສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຜູ້ທີ່ຈະເປັນຫົວຫນ້າ, ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ; ຮອບ 2 ແລະ ຮອບ 3 ໂດຍອີງໃສ່ຜົນການທາບທາມໃນແຕ່ລະຮອບ ແລະ ມາດຕະຖານເງື່ອນໄຂ ທີ່ໄດ້ກໍານົດໄວ້. ຜ່ານການປະກອບຄໍາເຫັນ ກອງປະຊຸມໄດ້ເປັນເອກະພາບສູງ ຕົກລົງຮັບຮອງເອົາບຸກຄະລາກອນ ເຂົ້າໃນບັດທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ຮອບທີ 2 ແລະ ຮອບທີ 3, ໃນກອງປະຊຸມໄດ້ເປັນເອກະພາບສູງ ແລະ ຕົກລົງຮັບຮອງເອົາ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ.
ກອງປະຊຸມ ດຳເນີນມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ກໍ່ໄດ້ອັດລົງ, ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ມີຄວາມເປັນເອກະພາບສູງ.
ກອງປະຊຸມ ສະຫຼຸບວຽກງານ ຊສ ປະຈຳປີ 2021 ແລະ ແຜນການ ປີ 2022
ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 28 ເມສາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ການປະຕິບັດແຜນງົບປະມານ ແລະ ແຜນການລົງທຶນລັດ ປະຈຳປີ 2021 ແລະ ແຜນການ ປີ 2022 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຄະນະພະແນກ, ຫົວໜ້າຫ້ອງການ ຊສ ເມືອງ/ນະຄອນ, ຫົວໜ້າຂະແໜງການ ອ້ອມຂ້າງພະແນກ ຊສ ແຂວງ ເຂົ້າຮ່ວມ 42 ທ່ານ, ເປັນກອງປະຊຸມຜ່ານລະບົບສື່ສານທາງໄກ ( Video Conference );
ໃນທີ່ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວ ວຽກງານປະຈຳປີ 2021 ແລະ ແຜນການແຜນປີ 2022 ຈາກ ທ່ານ ບຸນຍອດ ນາມເສນາ ຮອງຫົວຫນ້າ ພຊສ ແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຜົນງານອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ແຜນການຕໍ່ໜ້າ ແລະ ມາດຕາການຈັດຕັ້ງປະຕິບັດ; ຈາກນັ້ນ ບັນດາແຂກກອງປະຊຸມ ຍັງໄດ້ມີການປະກອບຄໍາເຫັນ ແລະ ທ່ານຫົວໜ້າຂະແຫນງການ ຂອງພະແນກ ໄດ້ຮັບກຽດໃຫ້ຂຶ້ນຊີ້ແຈງຂໍ້ສັກຖາມ ຂອງບັນດາຫ້ອງຫານ ຊສ ເມືອງ/ນະຄອນ ຕໍ່ການຕັ້ງຈັດປະຕິບັດວຽກງານດ້ານຕ່າງໆ ໃນໄລຍະຜ່ານມາເຊັ່ນ: ວຽກງານທີ່ດິນ, ວຽກງານສິ່ງແວດ ລ້ອມ, ອຸຕຸນິຍົມ ອຸທົກກະສາດ ແລະ ວຽກງານຈັດຕັ້ງພະນັກງານ ເຊິ່ງໄດ້ລົງເລີກຕື່ມອີກໃນແຕ່ລະດ້ານ ໂດຍ ສະເພາະ ແມ່ນຄາດຫມາຍຊຸກຍູ້ ການປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງບັນດາໂຄງການພັດທະນາ; ການຈັດຕັ້ງປະຕິບັດການມີສ່ວນ ຮ່ວມລະຫວ່າງແຂວງ, ເມືອງ ແລະ ບ້ານກ່ຽວກັບຊັບພະຍາກອນນໍ້າ ແລະ ໄລຍະສຸດທ້າຍກອງປະຊຸມ ກໍ່ໄດ້ມີການປະຄໍາ ເຫັນຕໍ່ວຽກງານການປັບປຸງພາລະບົດໃຫມ່ ຂັ້ນເມືອງ/ນະຄອນ ຕາມຂໍ້ຕົກລົງ 5506/ກຊສ, 5507/ກຊສ ວາລະສຸດທ້າຍ ຂອງກອງປະຊຸມ ທີ່ປະຊຸມໄດ້ມີ ຄວາມເຫັນເປັນເອກະພາບ ດັ່ງນີ້:
- ກອງປະຊຸມເຫັນດີ ເປັນເອກະພາບ ຮັບຮອງເອົາ ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2021 ແລະ ແຜນການ ປີ2022;
- ການຕັ້ງປະຕິບັດຄາດໝາຍ, ວຽນຈຸດສຸມຕ່າງໆ ຂອງແຜນການທີ່ວາງໄວ້ ໃນປີ 2022 ນັ້ັ້ນໃຫ້ຂະແຫນງການຂອງ ພຊສ ແຂວງ, ບັນດາ ຫຊສ ເມືອງ/ນະຄອນ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ພ້ອມທັງໃຫ້ມີການຕິດ ຕາມ, ຊຸກຍູ້ຢ່າງຕໍ່ເນື່ອງໃຫ້ເປັນປົກກະຕິ, ຖ້າຫາກບັນຫາໃດຍັງບໍ່ທັນລະອຽດ ບໍ່ທັນຈະແຈ້ງລະຫວ່າງຂະແຫນງການ ພຊສ ແລະ ຫຊສ ເມືອງ/ນະຄອນ ກໍ່ໃຫ້ປະສານສົມທົບກັນຕື່ມອີກ, ປະຕິບັດໄປລວງດຽວກັນ;
- ວຽກງານການປັບປຸງພາລະບົດບາດໃຫມ່ ຕາມຂໍ້ຕົກລົງ5507/ກຊສ ສໍາລັບຂັ້ນເມືອງ ໃນເມືອງທີ່ບໍ່ທັນສຳເລັດ ແມ່ນສືບຈັດຕັ້ງປະຕິບັດ, ສ່ວນການປັບປຸງພາລະບົດບາດ ຫຊສ ຂັ້ນເມືອງ/ນະຄອນ ເມືອງໃດທີ່ບໍ່ທັນສໍາເລັດກໍ່ໃຫ້ສືບຕໍ່ຊຸກຍູ້, ຕິດຕາມຕື່ມ ເພື່ອໃຫ້ສໍາເລັດໂດຍໄວ;
- ການສ້າງຕັ້ງຫນ່ວຍງານອອກໃບຕາດິນໄລຍະ02 ມີ 04 ເມືອງຄື: ເມືອງຈໍາພອນ, ເມືອງຊົນນະບູລີ, ເມືອງພະລານໄຊ ແລະ ເມືອງອາດສະພອນ ມອບໃຫ້ຂະແຫນງການອ້ອມຂ້າງ ພຊສ ແຂວງ ປະກອບ ພະນັກງານເຂົ້າຮ່ວມກັບຫນ່ວຍງານຂັ້ນເມືອງ ( ເປົ້າຫມາຍແມ່ນເອົາພະນັກງານ ທີ່ຜ່ານໂຄງການອອກ ໃບຕາດິນ ) ສົມທົບກັບຂະແຫນງທີ່ດິນ ເນື່ອງຈາກພະນັກງານຂະແຫນງທີ່ດິນ ມີຢູ່ນັ້ນບໍ່ພຽງພໍ ເພາະສ່ວນຫນຶ່ງ ແມ່ນໄດ້ປະກອບໃສ່ໂຄງການອອກໃບຕາດິນໄລຍະທີ 01 ມີ 03 ເມືອງໄປກ່ອນແລ້ວ;
- ການຜັນຂະຫຍາຍວາລະແຫ່ງຊາດ ໃນຂັ້ນເມືອງ/ນະຄອນ ແມ່ນໃຫ້ຕິດພັນ ກັບການຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມ ຂອງຂະແຫນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ສະພາປະຊາຊົນຂອງໄດ້ຮັບຮອງໄປແລ້ວນັ້ນ;
ມາຮອດເວລາ 16 ໂມງ 20 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ສິ້ນສຸດລົງ.
ຜົນສຳເລັດ ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ
ກອງປະຊຸມໃຫຍ່ສະມສຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ພຊສ ແຂວງ ໄດ້ໄຂຂຶ້ນໃນເຊົ້້າວັນ ທີ 12 ເມສາ 2022 ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານກິດຕິມະສັກ ຂອງສະຫາຍ ພູວັງ ເກດແກ້ວ ພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາພັກຮາກຖານ ເປັນປະທານກອງປະຊຸມ ພ້ອມດ້ວຍສະຫາຍ ຈາກຄະນະຈັດຕັ້ງແຂວງ, ກວດກາພັກລັດແຂວງ, ບັນດາແຂກ ຈາກຮາກຖານພັກພະແນກການຕ່າງໆ, ບັນດາສະຫາຍ ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນຮາກຖານພັກ ເຂົ້າຮ່ວມທັງໝົດຈຳ ນວນ 111 ສະຫາຍ, ຍິງ 42 ສະຫາຍ.
ໃນຕອນຕົ້ນຂອງພິທີ ສະຫາຍ ພູທອນ ຍອດບຸນເຮືອງ ໃນນາມປະທານກອງປະຊຸມ ແລະ ເປັນຈັດຕັ້ງປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ບຸນຊູ ວົງສະຫວັນ ຄະນະພັກຮາກຖານ ໄດ້ຮັບກຽດໃຫ້ຂຶ້ນຜ່ານຄຸນລັກສະນະຂອງສະມາຊິກພັກທີ່ ເຂົ້າຮ່ວມກອງປະຊຸມໃຫຍ່ສະມສຊິກພັກ ຄັ້ງທີ III ຄັ້ງນີ້, ເວລາຕໍ່ມາ ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານພະແນກ ໄດ້ຜ່ານຮ່າງ ບົດລາຍງານການເມືອງ ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່, ລະບອບແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານ, ຮາກຖານພັກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນເບື້ອງຕົ້ນປະກອບມີຄະນະພັກຮາກຖານ 04 ສະຫາຍ, ຍິງ 0 ສະຫາຍ ເຊິ່ງຄະນະຮາກຖານ ພຊສ ແຂວງ 4 ສະຫາຍນີ້ ໄດ້ຮັບການປ່ອນບັດເລືອກຕັ້ງຂຶ້ນໃນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ໃນວັນທີ 23 ມີຖຸນາ 2017 ແລະ ມະຕິຕົກລົງ ຮັບຮອງຂອງຄະນະປະຈຳພັກແຂວງ ເລກທີ 785/ຄປພຂ.ສຂ ລົງວັນທີ 28 ສິງຫາ 2017 ເຊິ່ງມີ 03 ໜ່ວຍພັກ ຂຶ້ນກັບ ຄື: ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ມີສະມາຊິກ 27 ສະຫາຍ, ຍິງ 13 ສະຫາຍ; ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ມີສະມາຊິກ 35 ສະຫາຍ, ຍິງ 15 ສະຫາຍ; ໜ່ວຍພັກຂະແໜງທີ່ດິນ ມີສະມາຊິກພັກ 37 ສະຫາຍ, ຍິງ 12 ສະຫາຍ ແລະ ສໍາຮອງພັກສຳຮອງ ສໍາຮອງ 01/0 ສະຫາຍ, ແລະ ອີງໃສ່ການ ນຳພາ-ຊີ້ນຳ ຕົວຈິງ ໃນຂົງເຂດວຽກງານຕ່າງໆ ໄລຍະແຕ່ກອງປະຊຸມໃຫຍ່ສາມະຊິກພັກ ຄັ້ງທີ II ໃນຕະຫຼອດໄລຍະ 5 ປີຜ່ານມາ (2017-2021) ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນບາງບັນຫາທີ່ພົ້ນ ເດັ່ນດັ່ງນີ້: ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນຳນຳພາໃນແຕ່ລະດ້ານ ເຊັ່ນ : ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາ ແລະ ດ້ານວິຊາສະເພາະ ເຊິ່ງເຫັນວ່າບັນດາສະຫາຍສະມາຊິກພັກ ໄດ້ເປັນແບບຢ່າງ ແລະມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດ. ຈາກນັ້ນ ກອງປະຊຸມຍັງໄດ້ມີການວາງທິດທາງແຜນການ ໃນອີກ 5 ຕໍ່ໜ້າ (2022-2026) ຕື່ມອີກ.
ກອງປະຊຸມຄັ້ງນີ້ ບັນດາສະຫາຍຜູ້ແທນສົມບູນ ທີ່ເຂົ້າຮ່ວມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງຜົນການເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເລືອກເອົາ ສະຫາຍ ພູທອນ ຍອດບຸນເຮືອງ ເປັນເລຂາພັກຮາກຖານ, ສະຫາຍ ບູລິກາ ອິນທິລາດ ເປັນຮອງເລຂາພັກຮາກຖານ ທັງເປັນປະທານກວດກາ, ສະຫາຍ ສີວິໄລພອນ ສີສຸວົງ ເປັນກຳມະການພັກ, ສະຫາຍ ນາງ ປານທິບ ລາຊາຈັກ ເປັນກຳມະການພັກ ແລະ ສະຫາຍ ປິດຕາ ໄຊຍະລາດ ເປັນກຳມະການພັກ, ກອງປະຊຸມຄັ້ງນີ້ ຍັງໄດ້ເລືອກເອົາປະທານ, ຮອງ ປະທານກວດກາ ເຊິ່ງປະກອບດ້ວຍ : ສະຫາຍ ບູລິກາ ອິນທິລາດ ເປັນປະທານ, ສະຫາຍ ປິດຕາ ໄຊຍະລາດ ແລະສະຫາຍ ຫົງຄຳ ລີລາວັນ ເປັນຮ ອງປະທານ.
ໃນຕອນທ້າຍຂອງກຸມປະຊຸມ ດັ່ງກ່າວ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລ ຂາພັກແຂວງ ກໍ່ໄດ້ມີຄຳເຫັນ, ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກຮາກຖານ ຊຸດໃໝ່ ກໍ່ຄືບັນດາສະຫາຍ ສະມາຊິກພັກ ເພື່ອພ້ອມກັນຊີ້ນຳ-ນຳພາວຽກງານ ກໍ່ສ້າງພັກ, ຂະຫຍາຍພັກ ແລະ ກໍ່ສ້າງພະນັກງານ ໃຫ້ມີຜົນສຳເລັດ, ເອົາໃຈໃສ່ສ້າງຄວາມສາມັກຄີ, ຄວາມເປັນເອກະພາບ, ເຮັດວຽກ ແບບລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ ເພື່ອໃຫ້ວຽກງານທຸກຢ່າງ ມີຜົນສຳເລັດຕາມ ລະດັບຄາດໝາຍ ແລະ ພົ້ນເດັ່ນກ່າວເກົ່າ ແລະ ສະຫາຍ ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານ ໄດ້ຕາງໜ້າໃຫ້ບັນດາສະຫາຍ ຄະນະພັກຮາກຖານ ຊຸດໃໝ່ ອອກມາຮັບຄໍາໂອ້ລົມ, ຄໍາເຫັນ ແລະ ທິດຊີ້ນຳ ຈາກຄະນະພັກຂັ້ນເທິງ ເເພື່ອເປັນທິດນໍາ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ໃຫ້ເປັນອັນລະອຽດ, ພ້ອມກັນເຮັດສໍາເລັດໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງນີ້ ທີ່ໄດ້ວາງອອກ ຢ່າງຕັ້ງໜ້າ;
Page 4 of 29