ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມຮັບຟັງປະຖະກາຖາວັນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

     

      ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 30 ກໍລະກົດ 2021 ໄດ້ຈັດກອງປະຊຸມຮັບຟັງປະຖະກະຖາເລົ່າມູນເຊື້ອ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ຈໍານວນ 05 ເອກະສານ, ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ບຸຍອດ ນາມເສນາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າ ແລະ ຄະນະຂະແໜງ, ຄະນະຫ້ອງການ, ພະນັກງານ ແລະ ອາສາສະໝັກທີຂຶ້ນກັບພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 38 ທ່ານ.

Read more: ກອງປະຊຸມຮັບຟັງປະຖະກາຖາວັນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

ບົດລາຍງານ ສະພາບມົນລະພິດ ແຂວງ ສະຫວັນນະເຂດ


 

ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ.

   

      ໃນຕອນເຊົ້າ ຂອງ ວັນທີ 27 ກໍລະກົດ 2021, ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ສີສະຫວັດ ໂຄດຕະວົງສາ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະ ພັນແມ່ຍິງແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຮາກຖານສະຫະພັນແມ່ຍິງພະແນກການ ອ້ອມຂ້າງແຂວງ, ມີຄະນະພະແນກ, ບັນດາຂະແໜງ ແລະ ອົງການ ຈັດຕັ້ງມະຫາຊົນ ຮາກຖານ ພຊສ ຕະຫຼອດເຖິງສະມາຊິກແມ່ຍິງ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 66 ສະຫາຍ ສະຫາຍ, ຍິງ 62 ສະຫາຍ, ຊາຍ 04 ສະຫາຍ. ໃນກອງປະ ຊຸມ ສະຫາຍ ນາງ ດາວີພອນ ຊານາອຸດ ປະທານສະຫະພັນແມ່ຍິງຮາກຖານພະແນກ ຊສ ແຂວງ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 05 ປີໃນຕໍ່ໜ້າ ຂອງສະຫະພັນແມ່ຍິງຮາກຖານ ພຊສ ຢ່າງ ຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງ, ຢູ່ໃນຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະ ກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງແມ່ຍິງຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານແມ່ຍິງ. ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແມ່ຍິງ ໃນໄລຍະ 05 ປີ ຜ່ານມາ;

Read more: ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່...

ສະມາຊິກຊາວໜຸ່ມຮາກຖານພະແນກ ຊສ ເຂົ້າຮ່ວມຂະບວນການອອກແຮງງານ

    ໃນຕອນບ່າຍຂອງວັນທີ 26 ກໍລະກົດ ແລະ ຕອນບ່າຍຂອງວັນທີ 29 ກໍລະກົດ 2021 ໂດຍອີງຕາມການປະສານ ຂອງສະເພາະກິດຂັ້ນແຂວງ ( ພະແນກສາທາລະນະສຸກແຂວງ ) ໄດ້ລະດົມກໍາລັງແຮງງານສະມາຊິກຊາວ ໜຸ່ມ ແຕ່ລະພະແນກເຂົ້າຮ່ວມເຮັດການອະນາໄມທໍາຄວາມສະອາດ ເພື່ອສ້າງເປັນສູນກັກກັນແຮງງານ ຊົ່ວຄາວ ທີ່ໂຮງງານຕັດຫຍິບອັບເກນ. ນະຄອນໄກສອນ ພົມວິຫານ ໂດຍມີຮາກຖານຊາວໜຸ່ມ ຈາກຮາກຖານພະແນກ ຊສ ເຂົ້າຮ່ວມຈໍານວນ 10 ສະຫາຍ, ຍິງ 03 ສະຫາຍ, ເຊິ່ງເຮັດໃຫ້ສະຖານທີດັ່ງກ່າວສາມາດຮອງຮັບ, ຮັບໃຊ້ການກັກກັນແຮງງານລາວ ທີ່ເດີນທາງຈາກປະເທດໃກ້ຄຽງ ໄດ້ຢ່າງພຽງພໍ.

ກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນຂອງ ການຂຽນໂຄງການ ເພື່ອຍາດແຍ່ງເອົາທຶນຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

 

       ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2021 ໄດ້ຈັດກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນການຂຽນໂຄງ ການ ເພື່ອຍາດແຍ່ງເອົາທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄະນະທີມງານຈາກກະຊວງ, ຄະນະຂະແໜງ, ຄະນະຫ້ອງການທີ່ຂຶ້ນກັບພະແນກ ຊສ ມີຜູ່ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 11 ທ່ານ.

       ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງ ແລະ ຄວາມສໍາຄັນຕໍ່ກັບວຽກງານດັ່ງກ່າວ, ທ່ານ ແກ້ວມະນີ ຫຼວງລາດ ຫົວໜ້າພະແນກຄຸ້ມຄອງການຮ່ວມມື, ກອງເລຂາແມ່ນໍ້າຂອງ ໄດ້ມີຄໍາເຫັນພ້ອມທັງໄດ້ນໍາສະເໜີກ່ຽວກັບຄວາມເປັນມາຂອງໂຄງການໂດຍລວມ.

       ທ່ານ ທອງທິບ ຈັນດາລາສານ ຮອງຫົວໜ້າພະແນກຄຸ້ມຄອງການຮ່ວມມື, ກອງເລຂາ ຄມຊ, ໄດ້ຂຶ້ນຜ່ານຈຸດປະສົງຂອງໂຄງການ, ຄວາມເປັນມາຂອງໂຄງການ ແລະ ສະຫຼຸບການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ໃນໄລ່ຍະຜ່ານມາ.

Read more: ກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນຂອງ ການຂຽນໂຄງການ ເພື່ອຍາດແຍ່ງເອົາທຶນຈາກກອງທຶນພິເສດ...

  1. ກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ
  2. ຮາກຖານຊາວໜຸ່ມ ປປລ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ.
  3. ກອງປະຊຸມ ແລະ ຝຶກອົບຮົມ ຕິດຕາມຄວາມຄືບຫນ້າການປັບປຸງ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ເເລະ ສໍາປະທານທີ່ດິນ ຂອງລັດ (K4D)
  4. ຂະບວນການ ອອກແຮງງານອານາໄມລວມ...

Page 8 of 27

  • 3
  • 4
  • ...
  • 6
  • 7
  • 8
  • 9
  • ...
  • 11
  • 12
  • You are here:  
  • Home

Latest Articles

  • ສ້າງຂະບວນການ ອານາໄມລວມ ພາຍໃນອາຄານສະຖານທີ ຫ້ອງເຮັດວຽກ ແລະ ຫ້ອງປະຊຸມ
  • ພິທີ ຮັບສະມາຊິກພັກສຳຮອງ ໜ່ວຍພັກ ຂະແໜງ ບໍລິຫານ ແລະ ຈັດຕັ້ງ
  • ກອງປະຊຸມການລາຍງານ, ປຶກສາຫາລື ແລະ ຜັນຂະຫຍາຍ ກ່ຽວກັບຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ
  • ສ້າງຂະບວນການ ອະນາໄມລວມ ເພື່ອຄໍານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ
  • ລົງຕິດຕາມ, ກວດກາ, ຊຸກຍູ້ ການມອບ-ຮັບໃບຕາດິນ ແລະ ການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນ ໃນ 08 ເມືອງ
178129
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
241
219
1088
176262
241
4598
178129

Your IP: 18.207.133.27
2022-07-01 20:57
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2022 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ