ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມການເຜີຍແຜ່ ແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ແລະ ການອອກອະນຸຍາດການ ນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

       ໃນຕອນເຊົ້າຂອງວັນທີ 22 ກັນຍາ 2021. ໄດ້ຈັດກອງປະຊຸມເຜີຍແຜ່ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດຮອດປີ 2025 ແລະ ການອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

       ຢູ່ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຜ່ານລະບົບປະຊຸມທາງໄກ ZOOM meeting ໂດຍ ການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

       ມີຕາງໜ້າຈາກ 07 ພະແນກການເຂົ້າຮ່ວມຄື: ສະພາປະຊາຊົນແຂວງ,  ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກ ການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກສາທາລະນະສຸກ ແລະ ຄະນະພະແນກ, ຫົວໜ້າຄະນະຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ, ຫົວໜ້າຄະນະຂະແໜງທີ່ດິນ ພ້ອມດ້ວຍວິຊາການ ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 02 ທ່ານ,

 


    ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ ໄດ້ນໍາສະເໜີກ່ຽວກັບແຜນຈັດສັນທີ່ດິນເບື້ອງຕົ້ນ ແລະ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ;

    ທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງທີ່ດິນ ໄດ້ຜ່ານແຜນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ ຮອດປີ 2025;

   ທ່ານ ອິນປະສິດ ສີຫາລາດ ຮອງຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ນໍາສະເໜີກ່ຽວກັບການອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

    ຈາກນັ້ນກອງປະຊຸມໄດ້ເປີດໂອກາດ ໃຫ້ບັນດາພະແນກການທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ. ດ້ານຫຼັກແມ່ນເຫັນດີຕາມແຜນຈັດສັນ ແລະ ເຫັນດີພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 0811/ຈຂ.ສຂ, ລົງວັນທີ 04 ເມສາ 2021.

     ໃນຕອນທ້າຍຂອງກອງປະຊຸມທ່ານປະທາໄດ້ມີຄໍາເຫັນ ແລະ ໄດ້ແນະນໍາກ່ຽວກັບການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ແລະ ການອອກໃບອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

       ມາຮອດເວລາ 11 ໂມງ 00 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ

 

 

 

 

 

 

 

 

ພິທີມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບຈາກ...

     

       ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 11 ສິງຫາ 2021 ຢູ່ທີໂຮງຮຽນປະຖົມບ້ານຫ້ວຍຫອຍ, ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບ ຈາກໂຄງ ການກໍ່ສ້າງເສັ້ນທາງເຂົ້າໄປຫາເຂື່ອນໄຟຟ້າພະລັງງານນໍ້າເຊລະນອງ 01  (ບ້ານອາລານ ) ເມືອງພີນ, ແຂວງສະຫວັນນະເຂດ. ຄິດເປັນມູນຄ່າທັງໝົດ 40.611.000 ກີບ. ເຊິ່ງມີຈໍານວນ 14 ຄອບຄົວ ທີ່ຖືກຜົນກະທົບປະກອບມີ ດິນປຸກສ້າງ, ດິນນາ, ດິນໜອງສະ ແລະ ເລົ້າເຂົ້າ.

Read more: ພິທີມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບຈາກ...

ພິທີມອບເງິນໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ -19.

     ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບເງິນປະກອບສ່ວນຊຸກຍູ້ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຄະນະສະເພາະກິດຂັ້ນແຂວງ ເປັນເງິນຈໍານວນ 10.000.000 ກີບ.

   ເຊິ່ງມອບໂດຍ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ  ແລະ ເປັນກຽດຮັບໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ຫົວໜ້າສະເພາະກິດ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງສະຫວັນນະເຂດ.

 

ເຂົ້າຮ່ວມ ອະນາໄມ ສະຖານທີ່ຫໍວັດທະນະທຳ ປະທານ ໄກສອນພົມວິຫານ

   ໃນຕອນບ່າຍຂອງວັນທີ 10 ສິງຫາ ແລະ ຕອນເຊົ້າ ຂອງວັນທີ 12 ສິງຫາ 2021 ສະຫາຍຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມພະແນກການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຈຳນວນ 17 ສະຫາຍ, ຍິງ 05 ສະຫາຍ ເຂົ້າຮ່ວມອະນາໄມສະຖານທີ່ຫໍວັດທະນະທຳໄກສອນພົມວິຫານ ຮ່ວມກັບບັນດາສະຫາຍຄະນະຊາວໜຸ່ມ ພະແນກການ, ກົມກອງອ້ອມຂ້າງແຂວງພ້ອມດ້ວຍສະມາຊິກ ເພື່ອກຽມໃສ່ຂໍ່ານັນຮັບຕ້ອນວັນລັດຖະທຳມະນູນແຫ່ງສປປລ ຄົບຮອບ 30 ປີ ໂດຍອີງຕາມການປະສານດ່ວນຂອງການນໍາແຂວງ.

ກອງປະຊຸມ ວຽກງງານຕິດຕາມ, ຊຸກຍູ້ວຽກງານກວດກາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

      ໃນຕອນເຊົ້າເວລາ 08 ໂມງ 30 ນາທີ, ຂອງວັນທີ 09 ສິງຫາ 2021 ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕໍ່ກັບການເຄື່ອນໄຫວ ວຽກງານກວດກາ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ດ້ວຍການສ້າງຄູ່ມືວິຊາການ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

     ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມຂອງທ່ານ ສີທັດ ມັດທະວົງຮອງຫົວໜ້າກົມກົມກວດກາ ແລະ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຄະນະທີມງານວິຊາການມາຈາກກົມ ແລະ ວິຊາການຂັ້ນແຂວງເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 08 ທ່ານ.

      ຄະນະປະທານ ໄດ້ສະເໜີຈຸດປະສົງ ແລະ ມີຄໍາເຫັນຕໍ່ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ຕໍ່ກອງປະຊຸມ ແລະ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງຂະແໜງກວດກາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ.

Read more: ກອງປະຊຸມ ວຽກງງານຕິດຕາມ, ຊຸກຍູ້ວຽກງານກວດກາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພະແນກຊັບພະຍາກອນທໍາມະຊາດ ແລະ...

  1. ກອງປະຊຸມປຶກສາຫາລືຜ່ານບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ໂຄງການຜະລິດປຸ໋ຍປະສົມ ບ້ານ ມັນຈີ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ
  2. ກອງປະຊຸມຮັບຟັງປະຖະກາຖາວັນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.
  3. ບົດລາຍງານ ສະພາບມົນລະພິດ ແຂວງ ສະຫວັນນະເຂດ
  4. ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ.

Page 9 of 29

  • 4
  • ...
  • 6
  • 7
  • 8
  • 9
  • ...
  • 11
  • 12
  • 13
  • You are here:  
  • Home

Latest Articles

  • ພຊສ ແຂວງສະຫວັນນະເຂດ ຮັບຮອງເອົາ ເນື້ອໃນການແຂ່ງຂັນ ໃນວຽກງານຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຮອດປີ 2025
  • ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮອດປີ 2025
  • ກອງປະຊຸມ ສະຫຼຸບສະຫຼຸບ ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ 5 ປີ (20162020)
  • ຂະບວນການອອກແຮງງານອານາໄມລວມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
  • ພິທີປະຖະກະຖາ ແລະ ເຊື່ອມຊຶມເອກະສານວັນສໍາຄັນຂອງຊາດ ແລະ ຂອງສາກົນ
223449
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
313
1706
2319
220071
5928
6465
223449

Your IP: 18.206.92.240
2023-03-23 19:11
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ