ກອງປະຊຸມ ລົງຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານການເງິນ ຂອງໂຄງການສ້າງຄວາມເຂັ້ມແຂງ ວຽກງານຂຶ້ນທະບຽນ ອອກໃບຕາດິນເປັນລະບົບ.
ໃນຕອນເຊົ້າຂອງວັນທີ 12 ມັງກອນ 2023 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ຈັດກອງປະຊຸມ ໃນການລົງຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານການເງິນ ຂອງໂຄງການສ້າງຄວາມເຂັ້ມແຂງວຽກງານ ຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ໂດຍການເປັນປະທານ ຂອງທ່ານ ພູສະຫວັດ ສຸພິດາ ຮອງຫົວໜ້າກົມທີ່ດິນ ( ກຊສ ), ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງທີ່ດິນ, ຄະ ນະວິຊາການຜູ້ ຮັບຜິດຊອບວຽກງານໂຄງ ການຂັ້ນແຂວງ, ຫົວໜ້າໜ່ວຍງານຂຶ້ນທະບຽນອອກໃບຕາດິນປະຈໍາ 03 ເມືອງຄື: ເມືອງສອງຄອນ, ເມືອງໄຊພູທອງ ແລະ ເມືອງອຸທຸມພອນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 12 ສະຫາຍ.
ທ່ານ ປະທານກອງປະຊຸມໄດ້ກ່າວຈຸດປະສົງ ຂອງການປະຊຸມໃນຄັ້ງນີ້ພ້ອມທັງໄດ້ມີຄຳເຫັນຕໍ່ກັບວຽກງານດັ່ງກ່າວ.
ພາຍຫຼັັງທີ່ທາ່ນ ປະທານໄດ້ມີຄໍາເຫັນແລ້ວ ທາງຄະນະທີມງານຈາກສູນກາງ ໄດ້ແນະນໍາ ແລະ ທົບທວນກ່ຽວກັບການຈັດຕັ້ງປະຕິບັດ ກ່ຽວກັບໜ່ວຍງານການເງິນຂອງໂຄງການຄື:
- ໄດ້ທົບທວນຄືນ ແລະ ໄດ້ແນະນໍາກ່ຽວກັບລະບຽບການ ທີ່ຕິດພັນກັບການຈ່າຍເງິນຂອງໂຄງການ ( ລະ ບຽບ 4000/ກງ ແລະ 4612/ກງ );
- ແນະນໍາກ່ຽວກັບການປະກອບເອກະສານຂໍ ຈ່າຍງົບປະມານໂຄງການ;
- ແນະນໍາກ່ຽວກັບການນໍາໃຊ້ແບບຟອມສະຫຼຸບບັນຊີ ລາຍຮັບ - ລາຍຈ່າຍ;
- ແນະນໍາ ແລະ ນໍາພາຈັດຕັ້ງປະຕິບັດຕົວຈິງກ່ຽວກັບການກວດກາເອກະສານ ສະຫຼຸບລາຍຈ່າຍ ແລະ ນໍາໃຊ້ແບບຟອມຕ່າງໆ;
- ນໍາພາການຈັດຕັ້ງປະຕິບັດຕົວຈິງກ່ຽວກັບການກວດກາເອກະສານສະຫຼຸບຫຼັງຈ່າຍ ແລະ ນໍາໃຊ້ແບບຟອມຕ່າງໆ.
ຈາກນັ້ນ, ກໍ່ໄດ້ມີການແລກປ່ຽນປະກອບຄໍາຄິດເຫັນ ໃນບາງຈຸດເຊັ່ນ: ການສ້າງແຜນລາຍຈ່າຍ ເພື່ອຮັບໃຊ້ໃນກິດຈະກໍາຕ່າງໆ ຂອງໂຄງການຕ່າງໆ ຂອງໂຄງການ ລວມທັງການປະກອບເອກະສານຂໍອະນຸມັດຈ່າຍງົບປະມານ.
ການລົງເຄື່ອນໄຫວ, ຕິດຕາມກວດກາ, ຊຸກຍູ້ກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຂອງສະພາປະຊາຊົນແຂວງ.
ໃນຕອນບ່າຍເວລາ 13 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2022 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ກ່ຽວກັບການລົງເຄື່ອນໄຫວ ລົງຕິດຕາມກວດກາ, ຊຸກຍູ້ບັນດາພະແນກການທີ່ມີແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ( ຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ) ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ທອງໄສ ອິນທິແສງ ຄະນະປະຈໍາສະພາ, ປະທານຍຸຕິທໍາ ປກຊ-ປກສ, ພ້ອມດ້ວຍຮອງປະທານກໍາມະການເສດຖະກິດ ແຜນການ ແລະ ການເງິນ, ຮອງຫົວໜ້າພະແນກ ຊສ, ຕາງໜ້າພະແນກຍຸຕິທໍາ, ຫ້ອງວ່າການແຂວງ, ຕາງໜ້າຈາກກອງບັນຊາການ ປກຊ-ປກສ ແຂວງ,ຫົວໜ້າຫ້ອງການ, ຫົວໜ້າຂະແໜງຂອງ ພຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 05 ທ່ານ.
ເພື່ອຕິດຕາມກວດກາ, ຊຸກຍູ້ກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ( ຂໍ້ຕົກລົງຂອງທ່ານເຈົ້າແຂວງ ) ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊິ່ງປະກອບມີ :
- ຮ່າງຂໍ້ຕົກລົງວ່າດ້ວຍແຜນຄຸ້ມຄອງສິ່ງແວດລ້ອມຮອບດ້ານ ( ສ້າງໃໝ່ );
- ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ພາຍໃນແຂວງສະຫວັນນະເຂດ ( ປັບປຸງ );
- ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນຕົວເມືອງ ແລະ ນະຄອນຂອງແຂວງ ສະຫວັນນະເຂດ ( ສ້າງໃໝ່ ).
ທ່ານຫົວໜ້າ ພຊສ ແຂວງ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ແຜນການສ້າງ
- ການຈັດຕັ້ງປະຕິບັດ ຂອງແຜນການດັ່ງກ່າວທີ່ບໍ່ສາມາດບັນລຸໄດ້ຍ້ອນ ມີການປັບປຸງຫົວຂໍ້ຈາກສະພາປະ ຊາຊົນແຂວງຈາກ “ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແບບຮອບດ້ານຂອງແຂວງ ” ມາເປັນຂໍ້ຕົກ ລົງຂອງທ່ານເຈົ້າແຂວງໆ ສະຫວັນນະເຂດວ່າດ້ວຍການຮັບຮອງເອົາ “ ແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ຮອດປີ 2025 ” ສ່ວນການຄຸ້ມຄອງ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງ ແມ່ນໃຫ້ຄົ້ນຄວ້າເປັນຫົວຂໍ້ສະ ເພາະຕື່ມອີກແລ້ວຈຶ່ງປັບປຸງເຂົ້າເປັນອັນດຽວ;
- ການສ້າງນິຕິກໍາໃຕ້ກົດໝາຍ “ ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ ” ວ່າຈະໃຫ້ສືບ ຕໍ່ຫຼື ບໍ່ ? ຕາມຄໍາເຫັນຊີ້ນໍາ ຂອງທ່ານເຈົ້າແຂວງ ໃນກອງປະຊຸມກະກຽມຄວາມພ້ອມ ກອງປະຊຸມສະໄໝສາມັນ ເທື່ອທີ 03 ຂອງສະພາປະ ຊາຊົນແຂວງ ຊຸດທີ II, ໃນຄັ້ງວັນທີ 16 ມີຖຸນາ 2022 ຢູ່ທີ່ຫ້ອງວ່າການແຂວງ;
- ພາຍຫຼັງສໍາເລັດກອງປະຊຸມເທື່ອທີ່ 03 ຊຸດທີ່ 02 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຄັ້ງວັນທີ 27 ຫາ 29 ກໍລະກົດ 2022 ທາງພະແນກກໍ່ໄດ້ປະຕິບັດຕາມຄໍາແນະນໍາຂອງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ທີ່ໄດ້ປະກອບຄໍາເຫັນໃນທີປະຊຸມ ກ່ຽວກັບການກະກຽມ, ປັບປຸງນິຕິກໍາດັ່ງກ່າວ ທາງພະແນກກໍ່ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການປັບປຸງນິຕິກໍາໃຕ້ກົດໝາຍ ( ເຂດປະເມີນລາ ຄາທີ່ດິນ ແລະ ສິ່ງປຸກສ້າງ )ຢູ່ພາຍໃນ ພະແນກ ຊສ ແຂວງ ເບື້ອງຕົ້ນໄດ້ມອບໃຫ້ຂະແໜງທີ່ດິນ ປະສານສົມທົບກັບຄະນະກໍາມະການສ້າງນິຕິກໍາເພື່ອກະກຽມໃນການດໍາເນີນການຈັດຕັ້ງປະຕິບັດ ໃນຕົ້ນປີ 2023.
ຈາກນັ້ນ, ຄະນະປະທານ ກອງປະຊຸມໄດ້ມີຄໍາເຫັນຕໍ່ກອງປະຊຸມ ກ່ຽວກັບວຽກງານດັ່ງກ່າວ ເພື່ອນໍາໄປຈັດຕັ້ງປະຕິບັດ ໃຫ້ບັນລຸ ຕາມແຜນການ ແລະ ຄາດໝາຍສູ້ຊົນ ທີວາງໄວ້.
ມາຮອດເວລາ 16 ໂມງ 00 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.
ສ້າງຂະບວນການອອກແຮງງານ ອະນາໄມລວມ
ໃນຕອນເຊົ້າຂອງວັນທີ 07 ຕຸລາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ພ້ອມພາກັນສ້າງຂະບວນການ ອອກແຮງງານອະນາໄມລວມ ຕາມຂອບເຂດບໍລິເວນ ອອ້ມຂ້າງພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ.
ສ້າງຂະບວນການອະນາໄມລວມ ເພື່ອຄໍານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນ.
ໃນຕອນເຊົ້າຂອງວັນນທີ 30 ກັນຍາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ພ້ອມພາກັນສ້າງຂະບວນການ ອອກແຮງງານອະນາໄມລວມ ເພື່ອຄໍານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ສາກົນ ເພື່ອເຮັດໃຫ້ ພຊສ ແຂວງ ເປັນແບບຢ່າງໃນການຈັດຕັ້ງປະຕິບັດວຽກງານ ຂຽວສະອາດງາມຕາ ເປັນຕົ້ນການອະນາໄມ ຕາມຂອບເຂດບໍລິເວນ ອອ້ມຂ້າງພະແນກ ເປັນຕົ້ນ ແມ່ນການປູກຕົ້ນໄມ້ປະດັບ ໃນຂອບເຂດດ້ານໜ້າຂອງພະແນກ.
ພິທີເຊື່ອມຊຶມເອກະສານ ແລະ ປະກາດພະນັກງານທີ່ເຖິງອາຍຸກະສຽນເຂົ້າຮັບອຸດໜູນບໍານານ.
ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີເຊື່ອມຊຶມ ເອກະສານ 02 ວັນສໍາຄັນຄື: 1. ເອກະສານວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ ( 2/9/1945-2/9/2022 ); 2. ເອກະສານວັນສ້າງຕັ້ງ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວຄົບຮອບ 20 ປີ ( 2/9/2022-2/9/2022 ). ແລະ ປະກາດພະນັກງານທີ່ເຖິງອາຍຸກະສຽນ ເຂົ້າຮັບອຸດໜູນບໍານານຈໍານວນ 03 ທ່ານ.
ໂດຍການເປັນປະທານ ຂອງສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພັກ, ຄະນະພະແນກ, ຫົວຄະນະຫ້ອງການ, ຫົວໜ້າ, ຄະນະຂະແໜງ, ສະມາຊິກພັກນັກງານ-ລັດຖະກອນທັງໝົດ ພາຍໃນພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 28 ສະຫາຍ.
ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານ 02 ເອກະສານຄື:
1. ເອກະສານວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ ( 2/9/1945-2/9/2022 ):
ຫວນຄືນມູນເຊື້ອວັນຊາດ ທີ 2 ກັນຍາບາງຕອນວ່າ: ກ່ອນໜ້ານີ້ 77 ປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ໄຊຊະນະ ໃນການປະຕິວັດເດືອນສິງຫາປະຫວັດສາດ, ຍາດອຳນາດການປົກຄອງສູ່ກຳມືຂອງປະຊາຊົນ ແລະ ຢູ່ທີ່ສວນສະໜາມບາດິ່ງ, ປະທານ ໂຮ່ຈິມິນ ໄດ້ອ່ານຖະແຫຼງ ການປະກາດເອກະລາດ ສະຖາປະນາ ລັດຫວຽດນາມປະຊາທິປະໄຕ ສາທາລະນະ, ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ. ນີ້ແມ່ນຂີດໝາຍທີ່ເປັນແສງປະກາຍໃນປະຫວັດສາດຂອງຊົນຊາດຫວຽດນາມ, ນຳພາຫວຽດນາມກ້າວເຂົ້າສູ່ສັງກາດໃໝ່ “ສັງກາດແຫ່ງ ເອກະລາດ, ເສລີພາບ, ເປັນເຈົ້າຊາຕະກຳຂອງຕົນເອງ”. ນັບແຕ່ນັ້ນມາເຖິງປັດຈຸບັນ, ປະຊາຊົນຫວຽດນາມໄດ້ຜ່ານບົນເສັ້ນອັນທາງ 30 ປີ ແຫ່ງການຕໍ່ສູ້ລຳບາກຍາກເຂັນເພື່ອປົກປ້ອງເອກະລາດ, ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນດຽວ ແລະ ຂ້າມຜ່ານ 47 ປີ ແຫ່ງການທັງສ້າງສາ ແລະ ພັດທະນາປະເທດຊາດ, ທັງປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄຖ້ວນ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບປອດໄພ. ບົນເສັ້ນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ຄວາມສູນເສຍ, ຄວາມເຈັບປວດ ແຕ່ກໍເຕັມໄປດ້ວຍຄວາມສະຫງ່າອົງອາດນັ້ນ, ປະຊາຊົນຫວຽດນາມພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ໄດ້ສ້າງວິລະກຳອັນເລີດລ້ຳລືຊາສະໜັ່ນຫວັ່ນໄຫວໄປທົ່ວໂລກຂຶ້ນ, ບັນລຸໄດ້ຜົນສຳເລັດອັນສຳຄັນຍິ່ງ ເອກອ້າງທະນົງໃຈໃນພາລະກິດແຫ່ງການປ່ຽນແປງໃໝ່, ການພັດທະນາເສດຖະກິດ-ສັງຄົມ ຈາກປະເທດທີ່ເປັນຫົວເມືອງຂຶ້ນທີ່ທຸກຍາກ, ຫຼ້າຫຼັງ, ປັດຈຸບັນ ຫວຽດນາມແມ່ນປະເທດໜຶ່ງພວມພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສິດເສລີພາບ, ປະຊາທິປະໄຕໄດ້ຮັບປະກັນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີສະຖຽນລະພາບ, ການເມືອງ-ສັງຄົມມີຄວາມໝັ້ນຄົງ, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງສາກົນໄດ້ຮັບເພີ່ມທະວີ, ຖານະ ແລະ ອິດທິພົນສາກົນຂອງຫວຽດນາມນັບມື້ນັບສູງ.
2. ເອກະສານວັນສ້າງຕັ້ງ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວຄົບຮອບ 20 ປີ ( 2/9/2022-2/9/2022 ).
ໄດ້ຫວນຄືນປະຫວັດການສ້າງຕັ້ງສະຫະພັນນັກຮົບເກົ່າ ໃນພາລະກິດຂອງການປະຕິວັດຊາດປະຊາທິປະ ໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວການຕໍ່ສູ້ອັນຍືດເຍື້ອຍາວນານ, ມີຫຼາຍສະຫາຍໃນກຳລັງປະ ກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ.
ມາໃນປີ 2002 ສະຫະພັນນັກຮົບເກົ່າ ໄດ້ສ້າງຕັ້ງຂຶ້ນ ໂດຍກົມການເມືອງສູນກາງພັກ ໄດ້ອອກຕາມມະຕິສະບັບ ເລກທີ 68/ກມສພ; ລົງວັນທີ 9/9/2002 ວ່າດ້ວຍການສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວຂຶ້ນ ແລະ ການຈັດຕັ້ງສະຫະພັນນັກຮົບເກົ່າ ແມ່ນອົງການຈັດຕັ້ງມະຫາຊົນຂອງພັກຊຶ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍ ລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ; ມີຖານະຄືກັບອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການ ຈັດຕັ້ງອື່ນໆຂອງພັກເຄື່ອນໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍແຫ່ງ ສປປ ລາວ; ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີລະບົບສາຍໂຍການຈັດຕັ້ງປະກອບດ້ວຍ 4 ຂັ້ນຄື: 1. ຂັ້ນສູນກາງ; 2. ຂັ້ນແຂວງ, ກຳແພງນະ ຄອນ ແລະ 3. ຂັ້ນເມືອງ; 4. ຂັ້ນຮາກຖານ (ບ້ານ) ມີບົດບາດເປັນເສນາທິການໃຫ້ແກ່ສູນກາງພັກໃຫ້ແກ່ຄະນະພັກແຕ່ລະຂັ້ນໃນດ້ານວຽກງານຂົນຂວາຍ, ເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມຖັນແຖວນັກຮົບເກົ່າໃຫ້ຮັກສາທາດແທ້ມູນ ເຊື້ອອັນດີງາມຂອງການປະຕິວັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ປະຊາຊົນບັນ ດາເຜົ່າໃນຂອບເຂດທົ່ວປະເທດ.
ພ້ອມກັນນີ້, ໃນພິທີຍັງໄດ້ມີພິທີປະກາດພະນັກງານທີ່ເຖິງອາຍຸກະສຽນເຂົ້າຮັບອຸດໜູນບຳນານ ຈໍານວນ 03 ທ່ານຄື:
- ທ່ານ ບຸນຊູ ວົງສະຫວັນ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ;
- ທ່ານ ບຸນຊູ ພູບຸນຍັງ ຫົວໜ້າຂະແໜງກວດກາ;
- ທ່ານ ຄຳມູນ ສຸວັນນະພູມ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ.
ຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະບັບເລກທີ 978, 979, 980/ ຈຂ.ສຂ, ລົງວັນທີ 17 ມີຖຸນາ 2022 ອີກດ້ວຍ.
Page 2 of 29