ກອງປະຊຸມສະໃໝສາມັນເທື່ອທີ 10 ສະພາປະຊາຊົນຂອງແຂວງ ສະຫັວນນະເຂດຊຸດທີ 01 ເພື່ອ ພິຈາລະນາ ແລະ ຮັບຮອງ ເອົາມະຕິ ວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນ ຂອງແຂວງສະຫັວນນເຂດ
ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 14 ທັນວາ 2020 ໄດ້ເຂົ້າຮ່ວມກອງປະຊຸມສະໃຫມສາມັນເທື່ອທີ 10 ປະຊາຊົນຂອງແຂວງ ສະຫັວນນະເຂດ ຊຸດທີ 01 ຢູ່ທີ່ຫ້ອງປະຊຸມທີ່ຫໍວັດຖະນະທຳ ໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13,ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ທ່ານຮອງເຈົ້າແຂວງ, ອາດີດການນໍາຂອງແຂວງ, ມີການນຳຜູ້ອາວຸໂສຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ, ເຈົ້ານະຄອນໄກສອນພົມວິຫານ, ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມນຳ, ສາຖາບັນການສຶກສາ ແລະ ນັກທຸລະກິດເຂົ້າຮ່ວມ.
ກອງປະຊຸມທາງໄກ Video Conference ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດໃຫມ່ ຂອງ ພຊສແຂວງ, ນະຄອນຫຼວງ ແລະ ຫຊສ ເມືອງ, ນະຄອນໃນທົ່ວປະເທດ
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 22 ທັນວາ 2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາ ຫົວໜ້າກົມ, ຮອງກົມ ຂອງ ກຊສ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ພ້ອມດ້ວຍຫົວໜ້າ 08 ຂະແໜງ ອ້ອມຂ້າງພະແນກ ພຊສ ແລະ ນະຄອນຫຼວງຢ່າງພ້ອມພຽງ;
ກອງປະຊຸມສຳມະນາຜ່ານ ຮ່າງແຜນຈັດສັນທີ່ດິນຂັ້ນເບື້ອງຕົ້ນ ຂອງແຂວງສະຫັວນນະເຂດ
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 10 ທັນວາ 2020, ໄດ້ຈັດກອງປະຊຸມສໍາມະນາຜ່ານຮ່າງ ແຜນຈັດສັນທີ່ດິນເບື້໊ອງຕົ້ນ ຂອງແຂວງສະຫັວນນະເຂດ, ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງ ພະແນກໂຍທາທິການແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫັວນນະເຂດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ13, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ 1ນະຄອນ ແລະ 14 ເມືອງ, ຄະນະພະແນກການອ້ອມຂ້າງ ແລະ ກອງເລຂາ ທັງໝົດ 70 ທ່ານ, ຍິງ 20 ທ່ານ.
Read more: ກອງປະຊຸມສຳມະນາຜ່ານ ຮ່າງແຜນຈັດສັນທີ່ດິນຂັ້ນເບື້ອງຕົ້ນ ຂອງແຂວງສະຫັວນນະເຂດ
ການໂຄສະນາປະຊາສຳພັນ ດ້ານການຮັກສາສິ່ງແວດລ້ອມໃນການ ຄຸ້ມຄອງ ແລະ ຈັດສັນຂີ້ເຫຍື່ອ ພາຍໃນງານເທດສະການສະຫັວນສຸກສັນຫັນສາ
ໃນຕອນບ່າຍຂອງວັນທີ 04 ທັນວາ 2020 ແຂວງສະຫັວນນະເຂດ ໄດ້ຈັດງານເທດສະການສະຫັວນສຸກສັນຫັນສາ ປະຈຳປີ 2020 ຂື້ນທີ່ຕະຫຼາດກາງຄືນ ຂອງແຂວງສະຫັວນນະເຂດ, ໂດຍການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫັວນນະເຂດ, ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽງວັດທະນະທຳສັງຄົມ, ມີບັນດາການນຳຂັ້ນແຂວງ, ຄະນະນຳນະຄອນໄກສອນພົມວິຫານ, ພະແນກການອ້ອມຂ້າງ ແລະ ບັນດາການນຳເມືອງຕ່າງໆ ຕະຫຼອດຮອດພໍ່່ແມ່ພີ່ນ້ອງປະຊາຊົນກໍ່່ໄດ້ເຂົ້່້າຮ່ວມເປີດງານ, ໃນເທດສະການດັ່ງກ່າວ ພະແນກ ຊສ ແຂວງ ກໍ່ໄດ້ແຕ່ງຕັ້ງຄະນະຂະແໜງ, ພ້ອມດ້ວຍວິຊາການ ແລະ ອາສາສະໝັກ ເຂົ້າຮ່ວມຕັ້ງບູດ ເພື່ອການໂຄສະນາປະຊາສຳພັນດ້ານການຮັກສາສິ່ງແວດລ້ອມ ໃນການຄຸ້ມຄອງ ແລະ ຈັດສັນຂີ້້ເຫຍື່ອ ພາຍໃນເທດສະການສະຫັວນສຸກສັນຫັນສາ ຈຳນວນ30 ທ່ານ, ໃນກິດຈຳກໍາດັ່ງກ່າວ ປະກອບດ້ວຍການຖາມ-ຕອບ ເອົາຂອງທີ່ລະນຶກຈາກ ພຊສ ມີ: ຖົງຜ້າ, ຈອກຢາງ,ຕຸກໃສ່ນໍ້າ, ຕຸກໃສນໍ້າ,ພວງຫ້ອຍກະແຈ ແລະ ເສື້ອຍດ, ນອກຈາກນັ້ນ ໃນທຸກໆຊົ່ວໂມງ ອາສາສະໝັກຈະມີການໂຄສະນາ 10 ຄວາມຈິງ,10 ຂໍ້ມູນທີ່ຖືກຕ້ອງກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ມາດຕະຖານ ແລະ ຕົວຊີ້ວັດສີຂຽວສະອາດງາມຕາ.
Read more: ການໂຄສະນາປະຊາສຳພັນ ດ້ານການຮັກສາສິ່ງແວດລ້ອມໃນການ ຄຸ້ມຄອງ ແລະ ຈັດສັນຂີ້ເຫຍື່ອ...
ກອງປະຊຸມປຶກສາຫາລື, ປະກອບຄຳເຫັນ ໃສ່ຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງສະຫັວນນະເຂດ
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 09 ທັນວາ 2020, ໄດ້ຈັດກອງປະຊຸມປຶກສາຫາລື, ປະກອບ ຄໍາເຫັນໃສ່ຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງສະຫັວນນະເຂດ, ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ສີວັນນະກອນ ມາລີວັນ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກຊສ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້້ປະກອບດ້ວຍຄະນະ 08 ຂະແໜງ ການອ້ອມຂ້າງ ພຊສ, ພ້ອມດ້ວຍວິຊາການ ລວມທັງໝົດ 19 ທ່ານ, ຍິງ 04 ທ່ານ.
Read more: ກອງປະຊຸມປຶກສາຫາລື, ປະກອບຄຳເຫັນ ໃສ່ຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງສະຫັວນນະເຂດ
Page 14 of 25