Print

      

          ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 01 ກັນຍາ 2020, ໄດ້ຈັດກອງປະຊຸມເລື່ອນສະມາຊິກພັກສໍາຮອງຂື້້ນສົມບູນ ແລະ ຮັບສະມາຊິກພັກສຳຮອງ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງສະຫາຍ  ພູທອນ ຍອດບຸນເຮືອງ  ເລຂາຄະນະພັກຮາກຖານ ພຊສແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 10 ສະຫາຍ.

           

           ສະຫາຍ ຫົງຄຳ ລີລາວັນ ໃນນາມຈັດຕັ້ງພິທີ  ໄດ້ນໍາສະເໜີຈຸດປະສົງກອງປະຊຸມ, ສະຫາຍ ບຸນຊູ ວົງສະຫັວນ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານໄດ້ຂື້້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍ ການເລື່ອນສະມາຊິກພັກສຳຮອງເປັນສົມບູນ 01 ສະຫາຍ ແລະ ຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ 02 ສະຫາຍ, ສະຫາຍ ບຸນຍອດ ນາມເສນາ  ເລຂາໜ່ວຍພັກຂະແໜງທີ່ດິນ ໄດ້ຂື້້ນມອບມະຕິຕົກລົງຂອງຄະນະພັກຂັ້ນເທິງ ໃຫ້ແກ່ສະມາຊິກພັກທີ່ໄດ້ຮັບອະນຸມັດເລື່ອນສະມະຊິກພັກສົມບູນ ແລະ ມະຕິຕົກລົງ ຮັບເອົາສະມາຊິກພັກສໍາຮອງ

          ຈາກນັ້ນສະຫາຍ ພູທອນ ຍອດບຸນເຮືອງ ເລຂາຄະນະພັກຮາກຖານ ພຊສແຂວງ, ກໍ່ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມໃນຄັ້ງນີ້ ໂດຍສະຫາຍໄດ້ເນັ້ນໜັກເຖິງວຽກງານແນວຄິດການເມືອງ ໃຫ້ບັນດາສະຫາຍສະມາຊິກພັກ ເປັນເຈົ້າການ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິຕື່ນຕົວ, ຝຶກຝົນລໍ່ຫຼອມຕົນເອງ ທັງໃຫ້ຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ອອກແຮງເສີມຂະຫຍາຍຈຸດດີ, ຜົນງານທີ່ຍາດມາໄດ້, ພ້ອມກັນນັ້ນຕ້ອງເດັດດ່ຽວແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.

             ກອງປະຊຸມດຳເນີນມາຮອດເວລາ 15 ໂມງ   00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາ