Print

           ໃນຕອນບ່າຍເວລາ 14 ໂມງ 00 ນາທີ ຂອງວັນທີ 08 ກໍລະກົດ 2020, ໄດ້ຈັດກອງປະຊຸມປຶກສາຫາລືປະຊຸມປຶກສາຫາລືກ່ຽວກັບການສະຫຼຸບ 06 ເດືອນຕົ້ນປີ ແລະ ບົດສະຫຼຸບ 05 ປີ ຂອງບັນດາຂະແໜງການ ທີ່ຂື້້ນກັບ ພຊສ ແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍພາກສ່ວນຕ່າງໆເຂົ້າຮ່ວມມີທ່ານຫົວໜ້າ, ຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແລະ ພ້ອມດ້ວຍວິຊາການ ລວມທັງໝົດ 16 ທ່ານ, ຍິງ 05 ທ່ານ.

            ທ່ານ ພົນລະຄອນ ສຸລິວົງ  ຮອງຫົວໜ້າຂະແໜງແຜນການສະຖິຕິ ແລະ ຂໍ້ມູນ-ຂ່າວສານ, ກອງສັງລວມເນື້້ອໃນວຽກງານ ຊສ ກ່າວສະເໜີຈຸດປະສົງຂອງກອງປະຊຸມພ້ອມທັງຜ່ານລາຍງານການເຄື່ອນໄຫວວຽກງານປີ 2019 ແລະ ວາງທິດທາງແຜນການ 2020 ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນກະທົບ ແລະ ວິທີການແກ້ໄຂ, ຈາກນັ້ນປະທານກອງປະຊຸມກໍ່ໄດ້ມີຄຳຄິດຄຳເຫັນຊີ້ນຳ ບາງບັນຫາຕໍ່ກອງປະຊຸມ ສິເປັນບັນຫາບໍ່ທັນເຂົ້າໃຈຕໍ່ເນື້ອໃນການສະຫຼຸບສັງລວມວຽກງານແຕ່ລະຂະແໜງການ, ເພື່ອເຮັດໃຫ້ການສະຫຼຸບແຕ່ລະຂະແໜງມີຄວາມເປັນເອກກະພາບຕໍ່ໂຄງຮ່າງບົດສະຫຼຸບ ແລະ ປັບປຸງການລາຍງານໃຫ້ວ່ອງໄວທັນກັບໄລຍະເວລາ, ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງແຕ່ລະຂະແໜງການ ເພື່ອເປັນການແລກປ່ຽນວິທີການຈັດຕັ້ງປະຕິບັດ ເພື່ອຮັບປະກັນໃນການລາຍງານຍ່າງເປັນເອກກະພາບ.

            ມາຮອດເວລາ 16:00 ນາທີ ປະທານກອງປະຊຸມກໍ່ໄດ້ໂອ້ລົມສັງລວມສະຫຼຸບ ບັນຫາທີ່ສະເໜີຕໍ່ກອງປະຊຸມ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.