Print

        ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 10 ກໍລະກົດ 2020, ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ປະຕິບັດມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ II (ກາງສະໃຫມ 2017-2019) ທົບທວນຄືນທິດທາງແຜນການ 2020-2022  ແລະ ເລືອກຕັ້ງຜູ້ແທນຂອງຄະນະພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຂອງ  ສະຫາຍ ວົງເພັດ ໄຊສະຫງວນ  ຮອງເລຂາຄພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫັວນນະເຂດ ໃນກອງປະຊຸມຄັ້ງນີ້ມີສະຫາຍຄະນະພັກຮາກຖານ, ຄະນະຈັດຕັ້ງແຂວງ ແລະ ກວດກາ, ຄະນະໜ່ວຍພັກ, ສະມາຊິກພັກຮາກຖານເຂົ້າຮ່ວມທັງໝົດ 82 ສະຫາຍ, ຍິງ 34 ສະຫາຍ.

          ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານ ພຊສ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ນຳສະເໜີຈຸດປະສົງກອງປະຊຸມ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 1256/ຄປພຂ,ສຂ ລົງວັນທີ 06 ກໍລະກົດ 2020, ຈາກນັ້ນ ສະຫາຍ ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານພຊສ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສະເໜີຜ່ານສະຫຼຸບສະພາບລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ  ສະມາຊິກພັກຄັ້ງທີ II (ກາງສະໄຫມ ໄລຍະ 2017-2019) ແລະ ທົບທວນຄືນທິດທາງແຜນການ 2020-2022, ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ຈາກນັ້ນສະຫາຍ ສຸດໃຈ ໄຊຍະວົງ ຮອງຄະນະຈັດຕັ້ງແຂວງ ໄດ້ຂື້້ນຜ່ານມາດຖານ ຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງຄັ້ງທີ IX ແລະ ແຈ້ງລາຍຊື່ຜູ້ລົງສະຫມັກຜູ້ແທນ ມີ 05 ສະຫາຍຄື: ສະຫາຍ ພູທອນ ຍອດບຸນເຮືອງ, ສະຫາຍ ໜູການ ອິນທະປັນຍາ, ສະຫາຍ ບຸຍອດ ນາມເສນາ, ສະຫາຍ ຈັນເພັງໃສ ດາລາຊະວົງ ແລະ ສະຫາຍ ບຸນຊູ ວົງສະຫັວນ ຜ່ານການບ່ອນບັດຄັດເລືອກໄດ້ຜູ້ແທນສົມບູນ 03 ສະຫາຍ ແລະ ສຳຮອງ 02 ສະຫາຍ,

          ສະຫາຍ ວົງເພັດ ໄຊສະຫງວນ  ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມໃນຄັ້ງນີ້ ໂດຍສະຫາຍໄດ້ເນັ້ນໜັກເຖິງວຽກງານແນວຄິດການເມືອງ ໃຫ້ບັນດາສະຫາຍສະມາຊິກພັກ ເປັນເຈົ້າການ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິເຕື່ອນຕົນ, ຝຶກຝົນລໍ່ຫຼອມຕົນເອງ ທັງຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ອອກແຮງເສີມຂະຫຍາຍຈຸດດີ, ຜົນງານທີ່ຍາດມາໄດ້, ພ້ອມດ້ວຍສະມາຊິກພັກຕ້ອງເດັດດ່ຽວປັບປຸງຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ.

          ກອງປະຊຸມດຳເນີນມາຮອດເວລາ 16 ໂມງ 30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ