Print

 

       ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 30 ກໍລະກົດ 2020, ໄດ້ຈັດກອງປະຊຸມເລື່ອນສະມາຊິກພັກສໍາຮອງຂື້້ນສົມບູນ ແລະ ຮັບສະມາຊິກພັກສຳຮອງ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຂອງສະຫາຍ  ໜູການ ອິນທະປັນຍາ  ຮອງເລຂາຄະນະພັກຮາກຖານ ພຊສແຂວງ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 19 ສະຫາຍ.

      ສະຫາຍ ເພັດສະໄຫມ ອິນແກ້ວດວງດີ ໃນນາມຈັດຕັ້ງພິທີ  ໄດ້ນຳສະເໜີຈຸດປະສົງກອງປະຊຸມ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍ ການເລື່ອນສະມາຊິກພັກສຳຮອງເປັນສົມບູນ 02 ສະຫາຍ ແລະ ຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ 08 ສະຫາຍ, ຫຼັງຈາກນັ້ນກໍ່ໄດ້ສະ ເໜີໃຫ້ສະຫາຍສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງຂຶ້ນຮັບມະຕິຂອງຄະນະພັກຂັ້ນເທິງ ພ້ອມຂື້້ນມາກ່າວຮັບເອົາຄຳໂອວາດ

      ຈາກນັ້ນສະຫາຍ ໜູການ ອິນທະປັນຍາ  ຮອງເລຂາຄະນະພັກຮາກຖານ ພຊສແຂວງ, ກໍ່ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມໃນຄັ້ງນີ້ ໂດຍສະຫາຍໄດ້ເນັ້ນໜັກເຖິງວຽກງານແນວຄິດການເມືອງ ໃຫ້ບັນດາສະຫາຍສະມາຊິກພັກ ເປັນເຈົ້າການ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິເຕື່ອນຕົນ, ຝຶກຝົນລໍ່ຫຼອມຕົນເອງ ທັງຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ອອກແຮງເສີມຂະຫຍາຍຈຸດດີ, ຜົນງານທີ່ຍາດມາໄດ້, ພ້ອມດ້ວຍສະມາຊິກພັກໃໝ່ຕ້ອງເດັດດ່ຽວປັບປຸງຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

      ກອງປະຊຸມດຳເນີນມາຮອດເວລາ 14 ໂມງ   30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ