Print

         

         ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 13 ສິງຫາ 2020, ໄດ້ຈັດກອງປະຊຸມການສະຫຼຸບປະຈໍາປີ ວຽກງານການຍົກຍ້າຍຈັດສັນ ແລະ ທົດແທນຄ່າເສຍຫາຍປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່່ສ້າງເຄື່ອນ ເຊລະນອງ 01 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ພ້ອມດ້ວຍສະພາປະຊາຊົນແຂວງ, ພະແນກການອ້ອມຂ້າງແຂວງ ທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ 02 ເມືອງຄື: ເມືອງພີນ ແລະ ເມືອງນອງຕ່າງໜ້າອຳນາດການປົກຄອງບ້ານລອຍນໍ້າ ແລະ ບ້ານລະເບົານໍ້າ ແລະ  ຄະນະ 08 ຂະແໜງການອ້ອມຂ້າງພະແນກ ຊສ ພ້ອມດ້ວຍວິຊາການ ລວມທັງໝົດ 36 ທ່ານ, ຍິງ 02  ທ່ານ.

           

         ທ່ານຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ແລະ ມອບໃຫ້ ທ່ານ ອູຄຳ ພູນປະກອນ ຫົວໜ້າຂະ ແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ  ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງຈັດສັນ-ຍົກຍ້າຍປະຊາຊົນ, ພ້ອມດ້ວຍຮັບຟັງການລາຍງານການຈັດຕັ້ງປະຕິບັດການຊົດເຊີຍ ຈາກບໍລິສັດຜູ້ພັດທະນາໂຄງການ ຫຼັງຈາກນັ້ນ ກອງປະຊຸມກໍ່່ໄດ້ມອບໃຫ້ຜູ້ເຂົ້າຮ່ວມທັງໝົດ ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມໂດຍສະເພາະບັນດາໜ້າວຽກທີ່ຍັງຄ້າງຄາເຊັ່ນ: ການແກ້ໄຂນໍ້າໃນການບໍລິໂພກ, ໃຊ້ສອຍ, ການປັບປຸງສົງເສີມອາຊີບການຜະລິດ ຂອງປະຊາຊົນ ແລະ ບັນຫາອື່ນໆສິກຳນົດໄວ້ໃນຂໍ້ຕົກລົງ 2868/ຈຂກສຂ ລົງວັນທີ18/12/2018.

      ຫຼັງຈາກນັ້ນ ກອງປະຊຸມກໍ່ໄດ້ຮັບຟັງຄຳຄິດຄຳເຫັນ ຈາກບໍລິສັດ ເຊລະນອງ-ດາວສະຫັວນ+ກອງເລຂາ ແລະ ກຳມະການແຕ່ລະພາກສ່ວນ ເພື່ອຊອກວິທີ ຊຸກຍູ້ໃຫ້ການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວສຳເລັດຕາມແຜນການວາງອອກ

       ຫຼັງຈາກນັ້ນໃນເວລາ 11: 30 ນາທີປະທານກອງປະຊຸມກໍ່ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມ ບາງບັນຫາທີ່ພົ້ນເດັ່ນຕໍ່ກອງປະຊຸມ ມາຮອດເວລາ 12:00 ນາທີທ່ານຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ກ່າວ ຂອບໃຈ ແລະ ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.