Print

       

            ໃນເວລາ 9 ໂມງ 00 ນາທີ, ວັນທີ 09 ກັນຍາ  2020 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ພຊສ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານເນື້ອຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ຂື້ນທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນການການເປັນປະທານ ກອງປະຊຸມ ຂອງ ທ່ານ ບູລິກາ ອິນທິລາດ ເລຂາ ຄະນະບໍລິຫານງານ ຊາວໜຸ່ມປະຊຸມປະຊາຊົນປະຕິວັດລາວ ຮາກຖານ ພຊສ, ພ້ອມດ້ວຍຄະນະຮາກຖານຄະນະໜ່ວຍຊາວໜຸ່ມທາງ 03 ໜ່ວຍອ້ອມຂ້າງ ພຊສ ເຂົ້າຮ່ວມ ຈຳນວນ 13 ທ່ານ ຍິງ 08 ທ່ານ,

   ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມ ໄດ້ມີຄຳຄິດຄຳເຫັນສະຫຼຸບຕີລາຄາຕໍ່ກອງປະຊຸມສ່ອງແສງໃຫ້ເປັນຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ເປັນຫາທີ່ຈະແກ້ໄຂ້ໃນຕໍ່ໜ້າ ໂດຍສະແດງການສ້າງຂະບວນແຂ່ງຂັນຕິດພັນກັບວຽກງານວິຊາສະເພາະໃຫ້ສາມາດຮັກສາມາດຕະຖານນາມມະຍົດຂອງຊາວໜຸ່ມ 4ບຸກ ໃນແຕ່ລະປີ ຫຼັງຈາກນັ້ນຈື່ງໃຫ້ແຕ່ລະພວກສ່ວນປະກອບຄໍາຄິດຄໍາເຫັນຕອນທ້າຍສະຫາຍເລຂາຮາກຖານຊາວໜຸ່ມ ພຊສ ໃຫ້ມີຄໍາເຫັນເນັ້ນໜັກໃຫ້ຊາວໜຸ່ມແຕ່ລະພາກສ່ວນສ້າງຂະບວນການຕ່າງໆເຊັ່ນ: ກິລາ, ອະນາໄມ້ ແລະ ວຽກງານດ້ານວິຊາສະເພາະເພື່ອເປັນຜົນງານຄໍານັບຮັບຕອນກອງປະຊຸ່ມໃຫຍ່ 3 ຂັ້ນຂອງພັກໃຫ້ເປັນຂະບວນການຟົດພື້ນກອງປະຊຸ່ມດຳເນິດຮອດເວລາ 10 ໂມງຂອງວັນດຽວກັນຈື່ງໄດ້ປິດລົງດ້ວຍຜົນສໍາເລັດ.