Print

           ໃນຕອນເຊົ້າຂອງວັນທີ 28 ກັນຍາ 2020, ເວລາ 08 ໂມງ 30 ນາທີ, ໄດ້ຈັດກອງປະຊຸມປຶກສາຫາລື, ປັບປຸງດັດແກ້ ແລກປ່ຽນຄໍາຄິດເຫັນກ່ຽວກັບ(ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງແຜນຈັດທີ່ດິນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານກອງປະຊຸມຂອງ ທ່ານ ພູທອນຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະ ພຊສ ແຂວງ, ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ທ່ານຫົວໜ້າຂະແໜງທີ່ດິນ, ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸ  ພ້ອມດ້ວຍກອງເລຂາ ເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 02 ທ່ານ.

        ພາຍຫຼັງທີ່ທ່ານປະທານ ກອງປະຊຸມໄດ້ກ່າວເປີດກອງປະຊຸມແລ້ວ ກອງປະຊຸມກໍ່່ໄດ້ຮັບຟັງການລາຍງານຈາກກອງເລຂາຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງແຜນຈັດທີ່ດິນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງແຂວງສະຫັວນນະເຂດ  ແລະ ໄດ້ເປີດໂອກາດໃຫ້ບັນດາຄະນະພະແນກ ແລະ ຫົວໜ້າຂະແໜງປະກອບຄໍາຄິດຄໍາເຫັນດັດແກ້, ປັບປຸງໃຫ້ສົມບູນຕື່ມ.

          ພາຍຫຼັງ ທີ່ໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກທຸກພາກສ່ວນ ປະທານກອງປະຊຸມກໍ່ໄດ້ແນະນຳ ແລະ ມອບໃຫ້ຄະນະກອງເລຂາ ກວດກາຄືນ ແລະ ປັບປຸງເນື້້ອໃນແກ້ໄຂຄືນ ໃຫ້ສຳເລັດ ແລະ ສົມບູນຕື່ມ. ເພື່ອກະກຽມຄວາມພ້ອມໃນການຈະນໍາຮ່າງດັ່ງກ່າວຜ່ານຂັ້ນຕອນການສ້າງນິຕິກໍາໃຕ້ກົດໜາຍ ແລະ ນັ້ນຜ່ານເພື່ອຮັບຮອງໃນກອງປະຊຸມສະໄໜສາມັນເທື່ອທີ X ຂອງສະພາປະຊາຊົນແຂວງຊຸດທີ 1 ທີຈະໄຂຂື້ນໃນຕໍ່ໜ້າ

         ກອງປະຊຸມໄດ້ເປັນເອກກະພາບ ແລະ ປິດລົງໃນເວລາ 11: 00 ນາທີ ດ້ວຍຜົນສຳເລັດຢ່າງຈົບງາມ.