Print

       

        ໃນເວລາ 08ໂມງ 30 ນາທີ ຂອງວັນທີ 03 ພະຈິກ 2020, ໄດ້ຈັດກອງປະຊຸມກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດລາຍງານ ແລະ ການສັງລວມຂໍ້ມູນຄຸນນະພາບນໍ້າ  ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ປອ ອິນທະວີ ອັກຄະລາດ ຫົວໜ້າກົມຊັບພະຍາກອນນໍ້າ ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຄະນະຂະແໜງນໍ້າແຂວງສະຫັວນນະເຂດ, ວິຊາການຂະແໜງຂະແໜງນໍ້າ 09 ແຂວງຄື:ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫັວນນະເຂດ, ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ ເຂົ້າຮ່ວມລວມທັງໝົດ 35 ທ່ານ, ຍິງ 10 ທ່ານ.

          ທ່ານ ປອ ອິນທະວີ ອັກຄະລາດ ຫົວໜ້າກົມຊັບພະຍາກອນນໍ້າໄດ້ກ່າວເປີດກອງປະຊຸມ   ແລະ ກ່າວຈຸດປະສົງຂອງກອງປະຊຸມ ພ້ອມມີຄຳຄິດຄຳເຫັນບາງບັນຫາຕໍ່ກອງປະຊຸມ,  ຫຼັງຈາກນັ້ນຄະນະຈັດຕັ້ງຕັ້ງກອງປະຊຸມກໍ່ໄດ້ຜ່ານວາລະກອງປະຊຸມ ປະເມີນຄວາມຮູ້ພື້ນຖານກ່ອນຝຶກອົບຮົມ, ທາງທີມງານຄູຝຶກໄດ້ນຳສະເໜີທີ່ມາ ແລະ ບັນຫາທີ່ເກີດຈາກບາງປັດໃຈຄຸນນະພາບນໍ້າເປັນຕົ້ນແມ່ນປັດໃຈທີ່ວິເຄາະໃນຫ້ອງທົດລອງ, ຂອບເຂດການຈັດຕັ້ງປະຕິບັດ ຜົນທີ່ໄດຮັບຈາກການກວດສອບຄຸນນະພາບ, ຫຼັງຈາກນັ້ນທີມງານຄູຝຶກ ພ້ອມດ້ວຍຜູ້ເຂົ້າຮ່ວມ ກໍ່ໄດ້ແບ່ງເປັນ 04 ກຸ່ມ ເພື່ອວິທີການຈັດຕັ້ງປະຕິບັດຜົນການກວດສອບຄຸນນະພາບນໍ້າ, ການສະຫຼຸບ ແລະ ຂໍ້ສະເໜີ, ກອງປະຊຸມໄດ້ດຳເນີນມາເປັນເວລາ 04 ວັນ ໃນຕອນບ່າຍຂອງວັນທີ 06 ພະຈິກ 2020 ກອງປະຊຸມກໍ່ໄດ້ປະເມີນຜົນການຝຶກອົບຮົມ, ສັງລວມຂໍ້ມູນເຂົ້າຖານຂໍ້ມູນຕົວຈິງ ແຕ່ລະແຂວງ, ສະເໜີຜົນການຄົ້ນຄວ້າ ແນະນຳການເຮັດບົດລາຍງານໂຄງການ ແລະ ສະຫຼຸບງົບປະມານ.

         ມາຮອດເວລາ 16 ໂມງ 30 ນາທີ ຂອງວັນດຽວກັນ ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບບັນຫາຕໍ່ກອງປະຊຸມ, ປະເມີນຜົນການຝຶກອົບຮົມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.