Print

         

         ໃນຕອນບ່າຍເວລາ 13 ໂມງ 30 ນາທີ ຂອງວັນທີ 10 ພະຈິກ 2020, ໄດ້ຈັດກອງປະຊຸມກອງປະຊຸມການປະເມີນຜົນປະຕິບັດວຽກງງານພະນັກງານ-ລັດຖະກອນ ຂອງຂະແໜງທີ່ດິນ    ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຂອງທ່ານ  ບຸນຍອດ ນາມເສນາ  ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີຄະນະຂະແໜງ ແລະ ອ້າຍນ້ອງພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 40 ສະຫາຍ, ຍິງ 13 ສະຫາຍ.

         ທ່ານ ຫົງຄຳ ລີລາວັນ ຮອງຫົວໜ້າຂະແໜງທີ່ດິນໃນນາມຈັດຕັ້ງພິທີ  ໄດ້ນໍາສະເໜີຈຸດປະສົງກອງປະຊຸມ, ຜ່ານແຈ້ງການຂອງທ່ານ ເຈົ້າແຂວງສະຫັວນນະເຂດ ສະບັບເລກທີ 1567/ຈຂ,ສຂ, ລົງວັນທີ 07 ຕຸລາ 2020, ຜ່ານໜັງສືລາຍງານຂອງຫົວໜ້າຂະແໜງທີ່ດິນ ສະບັບເລກທີ 3574/ຂທດ, ພຊສ, ລົງວັນທີ 30 ຕຸລາ 2020 ແລະ ຜ່ານເອກະສານຄູ່ມືແນະນຳ ການຈັດຕັ້ງປະຕິບັດປະເມີນຜົນ ສະບັບເລກທີ 01/ ປພລ, ລົງວັນທີ 29 ສິງຫາ 2018, ຫຼັງຈາກນັ້ນກອງເລກຂາ ກໍ່ໄດ້ແຈກຢາຍໃບລົງຄະແນນປະເມີນຜົນຕົນເອງ ແລະ ການປະເມີນຜົນຂອງ ເພື່ອນຮ່ວມງານ.

       ຈາກນັ້ນ ທ່ານ ບຸນຍອດ ນາມເສນາ  ຮອງຫົວໜ້າ ພຊສ ແຂວງ, ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ ເພື່ອເປັນການປະຕິບັດກົດລະບຽບ, ກົດໝາຍຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິຕື່ນຕົວ, ຝຶກຝົນລໍ່ຫຼອມຕົນເອງ ທັງໃຫ້ຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດອອກແຮງເສີມຂະຫຍາຍຈຸດດີ, ຜົນງານທີ່ຍາດມາໄດ້, ພ້ອມກັນນັ້ນຕ້ອງເດັດດ່ຽວແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ກອງເລຂາກໍ່ເກັບເອົາໃບປະເມີນຜົນເພື່ອສັງລວມ.

        ກອງປະຊຸມດຳເນີນມາຮອດເວລາ 15 ໂມງ   00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ