Print

         

       ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 12 ພະຈິກ 2020, ໄດ້ຈັດກອງປະຊຸມກອງປະຊຸມກອງປະຊຸມເຜີຍແຜ່ຮັບຟັງປະຖະກາຖາເອກກະສານ ວັນສຳຄັນຕ່າງໆຂອງຊາດ ກໍ່ຄືສາກົນ ແລະ ການເຜີຍແຜ່ເອກະສານຂອງທະນາຄານໄຊງ່ອນຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ  ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ຄະນະ 08 ຂະແໜງການອ້ອມຂ້າງ ພຊສ, ພ້ອມດ້ວຍວິຊາການ ລວມທັງໝົດ 94 ທ່ານ, ຍິງ 42 ທ່ານ.

         ຫົວໜ້າຂະແໜງບໍລິຫານ-ການເງິນ ຈັດຕັ້ງພິທີກ່າວເປີດກອງປະຊຸມ, ພ້ອມສະເໜີໃຫ້ທາງຕົວແທນທະນາຄານໄຊງ່ອນຂື້ນຜ່ານເຜີຍແຜ່ ແນະນຳຜະລິດຕະພັນ ຂອງທະນາຄານໄຊງ່ອນ ເທືອງຕິ່ນລາວ ຈຳກັດ, ຫຼັງຈາກນັ້ນທ່ານຫົວໜ້າພະແນກ ຊສ ໄດ້ເຜີຍແຜ່ເອກະສານ, ເອກກະສານວັນມະຫາປະຕິວັດເດືອນຕຸລາລັດເຊຍຄົບຮອບ 103 ປີ, ວັນເກີດທ່ານ ຟຣີດຣິກ ອັງແກນ ຄົບຮອບ 200 ປີ, ຜ່ານຂໍ້ຕົກລົງສະບັບເລກທີ 4983/ ກຊສ ແລະ ເລກທີ 4894/ກຊສ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ພຊສ ແຂວງ, ນະຄອນລວງວຽງຈັນ ແລະ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຫຊສມ, ນະຄອນ, ຜ່ານຂໍ້ຕົກລົງ 2023/ຈຂ.ສຂ,  ລົງວັນທີ 19 ພະຈິກ 2020, ວ່າດ້ວຍການແຕ່ງຕັ້ງພະນັກງານ  ທັງມີຄຳຄິຄຳເຫັນບາງບັນຫາຕໍ່ກອງປະຊຸມ,

         ມາຮອດເວລາ 11: 30 ນາທີ ທ່ານຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ກ່າວຂອບໃຈ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.