Print

     ໃນຕອນບ່າຍຂອງວັນທີ 6 ມັງກອນ 2022 ເວລາ 13 ໂມງ 30 ນາທີ ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານຂ່າວສານປະຊາສໍາພັນ, ການປັບເວັບໄຊ, ແນະນໍາການຄຸ້ມຄອງ, ນໍາໃຊ້ ແລະ ເກັບຮັກສາຂໍ້ມູນ-ຂ່າວສານ, ການບໍລິຫານເອກະສານທາງລັດຖະການ, ຂຶ້ນທະບຽນຊັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໂດນການເປັນປະທານ ຂອງ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ມີຄະນະທີມງານຈາກຫ້ອງການກະຊວງ, ຫົວໜ້າຄະນະຂະແໜງ, ວິຊາການທີ່ກ່ຽວຂ້ອງ ທີ່ຂຶ້ນກັບ ພຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິ່ງ 10 ທ່ານ.

     ຄະນະປະທານ ໄດ້ສະເໜີຈຸດປະສົງ ແລະ ມີຄໍາເຫັນຕໍ່ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ຕໍ່ກອງປະຊຸມ ແລະ ກໍ່ໄດ້ຮັບຟັງການລາຍງານກ່ຽວກັບຈຸດປະສົງ ແລະ ບັນດາໜ້າວຽກທີຈະລົງມາເຄື່ອນໄຫວຊຸກຍູ້, ແລກປ່ຽນບົດຮຽນ.

 

   ຈາກນັ້ນ ຕາງໜ້າແຕ່ລະຂະແໜງການ, ກຸ່ມວຽກທີ່ກ່ຽວຂ້ອງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ເປັນຕົ້ນແມ່ນວຽກຂໍ້ມູນ-ຂ່າວສານ, ການເກັບກໍາຂໍ້ມູນແບບອອ່ນລາຍ, ການຂຶ້ນບັນຊີຊັບສິນຂອງລັດ, ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ.

      ຕໍ່ຈາກນັ້ນ, ທ່ານບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ນໍາສະເໜີຕໍ່ຄະນະທີມງານມາຈາກກະຊວງ ໂດຍໄດ້ມີຄໍາເຫັນ ຕໍ່ກັບບັນຫາທີ່ຍັງເຫັນວ່າບາງວຽກທີຍັງບໍ່ທັນໄດ້ດີເທົ່າທີຄວນ ໃຫ້ຄະນະທີມງານຈາກກະຊວງນໍາສະເໜີຕໍ່ກະຊວງ ພ້ອມທັງໄດ້ນໍາສະເໜີຂັ້ນເທິງ ເພື່ອຈັດຝຶກອົບ ຮົບວຽກງານດັ່ງກ່າວ ຢູ່ໃນຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຮັບປະກັນການຈັດຕັ້ງປະຕິບັດວຽກ ງານໃຫ້ສອດຄ່ອງກັບພາລະບົດບາດ.

ມາຮອດ ເວລາ 16 ໂມງ 30 ນາທີ ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.