Print

    ໃນຕອນບາຍຂອງວັນທີ 14 ກຸມພາ 2022 ເວລາ 15 ໂມງ 30 ນາທີ ຢູ່ທີ ສະໜາມກິລາບານເຕະໃນຮົ່ມ BL ນະຄອນໄກສອນ ພົມວິຫານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສ້າງຂະບວນການ ຈັດກິດຈະກໍາບານເຕະ ທີມຊາຍ-ຍິງ ມິດຕະພາບ ເພື່ອຕ້ອນກອງປະຊຸມໃຫຍ່ຂອງຮາກຖານພັກ ພຊສ ແຂວງ ຄັ້ງທີ III  ນໍາພາໂດຍ ສະຫາຍ ພູທອນ ຍອດບຸນເຮືອງ ກາໍມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມຄະນະ, ມີເລຂາຄະນະໜ່ວຍພັກ, ຫົວໜ້າ, ຄະນະຂະແໜງ, ມີສະມາຊິກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຄື: ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ອົງກໍາມະບານພາຍໃນພະແນກຢ່າງພ້ອມພຽງ.

   ໂດຍການແຂ່ງກິລາມິດຕະພາບໃນຄັ້ງນີ້ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ນອກຈາກເປັນການຂໍ່ານັບຮັບຕ້ອນ ແກ່ກອງປະຊຸມໃຫຍ່ຄະນະພັກຮາກຖານຂອງຕົນແລ້ວ ຍັງເປັນການສ້າງຂະບວນ ການສະເຫຼີມສະຫຼອງ, ຊົມເຊີຍ ແລະ ຕ້ອນຮັບແກ່ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ, ວັນສໍາຄັນຂອງສາ ກົນໃຫ້ມີບັນຍາກາດຟົດຟື້ນຄືວັນສ້າງຕັ້ງກໍາມະບານລາວ ຄົບຮອບ 66 ປີ, ວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ສິ່ງສໍາຄັນເປັນການເປີດໂອກາດໃຫ້ລັດຖະກອນ ພາຍໃນພະແນກໄດ້ອອກກໍາລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຜັນປ່ຽນຄວາມສາມັກຄີຮັກແພງ ມິດຕະພາບລະຫວ່າງພະນັກງານອ້າຍນ້ອງພາຍໃນພະແນກດ້ວຍກັນ.

 

 

     ໂດຍຂະບວນການແຂ່ງຂັນຄັ້ງນີ້ແບ່ງອອກເປັນ 03 ຄູ່ແຂ່ງຂັນ ຄື: ຄູ່ທີມຊາວໜຸ່ມຊາຍ, ຄູ່ທີມທົ່ວໄປຍິງ ແລະ ທີມຄະນະພະແນກ, ຄະນະຂະແໜງ; ໃນນັ້ນ:ທີມການນໍາຄະນະພະແນກແມ່ນໄດ້ແຂ່ງຂັນກັບທີມທີຊະນະຂອງຊາວໜຸ່ມຊາຍ. ແລະ ທີມທີ່ໄດ້ລາງວັນຊະນະເລີດໄດ້ແກ່ທີມຄະນະພະແນກ, ສ່ວນລາງວັນຮອງຊະນະເລີດໄດ້ແກ່ທີມຊາວໜຸ່ມນໍ້າສິ່ງແວດລ້ອມ + ຊາວໜຸ່ມບໍລິຫານ ແລະ ຈັດຕັ້ງ ແລະ ອັນດັບທີ 3 ໄດ້ແກ່ທີມຊາວໜຸ່ມຂະແໜງທີ່ດິນ;

      ສ່ວນທີມເຕະບານຍິງທີ່ໄດ້ຮັບລາງວັນຊະນະເລີດ ໄດ້ແກ່ທີມຊາວໜຸ່ມຂະແໜງທີ່ດິນ, ລາງວັນຮອງຊະນະເລີດໄດ້ທີມຊາວໜຸ່ມນໍ້າສິ່ງແວດລ້ອມ + ຊາວໜຸ່ມບໍລິຫານ ແລະ ຈັດຕັ້ງ;