Print

         ໃນຕອນເຊົ້າ ຂອງວັນທີ 25 ກຸມພາ 2022 ພາຍຫຼັງທີ່ໄດ້ເຂົ້າຮ່ວມກອງປະຊຸມ ຮັບຮອງແຜນຄຸ້ມຄອງນໍ້າໃຕ້ດິນ ຂອງແຂວງສະຫວັນນະເຂດ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.

       ທ່ານ ຮອງລັດຖະມົນຕີ ກໍ່ໄດ້ມີການມອບເຄື່ອງ GPS ຈໍານວນ 11 ໜ່ວຍ, ເຄື່ອງວັດແທກກະແສນໍ້າ ຈໍານວນ 01 ຊຸດ ແລະ ອຸປະກອນຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ຈໍານວນໜຶ່ງໃຫ້ ແກ່ ພຊສ ແຂວງສະຫວັນນະເຂດ ໂດຍຕາງໜ້າມອບໂດຍ ທ່ານ ປອ ອິນທະວີ ອັກຄະຣາດ ຫົວໜ້າກົມຊັບພະຍາກອນນໍ້າ ແລະ ຕາງໜ້າຮັບໂດຍ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

     ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ  ໄດ້ຮັບກຽດຈາກ ທ່ານ ຈັນທະເນດ ບົວລະພາ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມ ທ່ານຫົວໜ້າ, ຄະນະພະແນກ, ຫົວໜ້າ, ຄະນະຂະແໜງ ແລະ ພະນັກງານທັງໝົດທີ່ຂຶ້ນກັບ ພຊສ ແຂວງ ໂດຍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄວາມຄືບໜ້າຂອງບັນ ດາໜ້າວຽກໂດຍ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າ ພຊສ ແຂວງ ຈາກນັ້ນທ່ານ ຮອງລັດຖະມົນຕີກະຊວງຊັບ ພະຍາກອນ ໄດ້ໂອ້ລົມ.

       ຫຼັງຈາກນັ້ນກໍ່ໄດ້ລົງຢ້ຽມຢາມພົບປະຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນໄກສອນ ພົມວິຫານ ເຊິ່ງຕ່າງໜ້າຂຶ້ນລາຍງານ ໂດຍທ່ານ ຫົວໜ້າ ຫຊສ ນະຄອນໄກສອນ ພົມວິຫານ ສະພາບການ ຈັດຕັ້ງປະຕິບັດໜ້າທີວຽກງານ, ວິຊາສະເພາະ ພ້ອມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ.

      ຈາກນັ້ນ, ທາງຄະນະຫ້ອງການຊັບພະຍາກອນທໍາມຊາດ ແລະ ສິ່ງແວດລ້ອມ ນະຄອນໄກສອນພົມວິຫານ ໄດ້ອວຍພອນແດ່ການນໍາຂັ້ນກະຊວງ ແລະ ໄດ້ມອບກະຕາຂອງຂວັນໃຫ້.