Print

      ໃນຕອນເຊົ້າເວລາ 08 ໂມງ 30 ນາທີ, ຂອງວັນທີ 09 ສິງຫາ 2021 ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕໍ່ກັບການເຄື່ອນໄຫວ ວຽກງານກວດກາ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ດ້ວຍການສ້າງຄູ່ມືວິຊາການ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

     ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມຂອງທ່ານ ສີທັດ ມັດທະວົງຮອງຫົວໜ້າກົມກົມກວດກາ ແລະ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຄະນະທີມງານວິຊາການມາຈາກກົມ ແລະ ວິຊາການຂັ້ນແຂວງເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 08 ທ່ານ.

      ຄະນະປະທານ ໄດ້ສະເໜີຈຸດປະສົງ ແລະ ມີຄໍາເຫັນຕໍ່ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ຕໍ່ກອງປະຊຸມ ແລະ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງຂະແໜງກວດກາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ.

     ຈາກນັ້ນ, ຄະນະວິຊາການຈາກກົມກວດກາ ໄດ້ນໍາສະເໜີ ບັນດາຮ່າງຄູ່ມືດ້ານວິຊາການກ່ຽວກັບການຈັດ ຕັ້ງປະຕິບັດວຽກ ງານກວດກາທັງໝົດມີ 06 ຫົວຂໍ້ຄື:

  1. ວຽກງານກວດກາໂຄງການລົງທຶນຂອງລັດ;
  2. ວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ;
  3. ວຽກງານຕິດຕາມ, ຊຸກຍູ້ ແລະ ກວດກາການປັບປຸງແກ້ໄຂຜົນກດານກວດສອບ;
  4. ວຽກງານຄົ້ນຄວ້າ ຄໍາຮ້ອງຟ້ອງ-ຄໍາສະເໜີ;
  5. ແລກປ່ຽນບົດຮຽນການຂະຫຍາຍສະມາຊິກພັກ ( ກວດກາປະຫວັດ ) ແລະ ການເຂົ້າຮ່ວມຕິດຕາມການດໍາເນີນຊີວິດພັກປະຈໍາເດືອນ;
  6. ແລກປ່ຽນ ແລະ ປຶກສາຫາລືຂອດການປະສານງານ ແລະ ການສະຫຼຸບສັງລວມ.

 

  ຈາກນັ້ນ, ທ່ານບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຄະນະກົມກວດກາ ພ້ອມດ້ວຍທີມງານທີ່ໄດ້ລົງມາເຄື່ອນໄຫວ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້, ພ້ອມທັງໄດ້ນໍາສະເໜີຂັ້ນເທິງ ເພື່ອຈັດຝຶກອົບຮົບວຽກງານດັ່ງກ່າວ ຢູ່ໃນຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບພາລະບົດບາດ.

     ມາຮອດ ເວລາ 12:00 ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.