ກອງປະຊຸມໃຫຍ່ ຄັ້ງທີີ II ຂອງໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ແລະ ດໍາເນີນໄປເປັນເວລາ ເຄິ່ງວັນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນປະທານ ຂອງສະຫາຍ ຈັນເພັງໃສ ດາລາຊະວົງ ເລຂາໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພຊສ.ສຂ; ມີຜູ້ຕາງໜ້າ ຈາກຄະນະກວດກາພັກແຂວງ, ຕາງໜ້າຄະນະຈັດຕັ້ງແຂວງ, ເລຂາໜ່ວຍພັກອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກໃນໜ່ວຍ ເຊິ່ງມີຜູ້ແທນສົມບູນ ຈຳນວນ 34 ສະຫາຍ, ຍິງ 14 ສະຫາຍ, ມີບັນດາແຂກຖືກເຊີນ ຈຳນວນ 09 ສະຫາຍ, ຍິງ 02 ສະຫາຍ.

    ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເອກະສານ ທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້, ຊຶ່ງກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາ ຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ການນຳພາການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ທັງວຽກງານກໍ່ສ້າງພັກ-ພະນັກງານ, ການນໍາພາຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຜ່ານມາ, ພ້ອມກັນນີ້ ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນການ ໄລຍະ 5 ປີ (2022-2026) ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວ XI ເປັນແຜນງານ, ແຜນວຽກລະອຽດ.

   

     ໃນຕອນບ່າຍ ຂອງ ວັນທີ 16 ກໍລະກົດ 2021, ກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ພົມມາ ທອງເພັງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ກຳມະບານຮາກຖານພະແນກ ອ້ອມຂ້າງແຂວງ, ມີຄະນະກຳມະບານຮາກຖານ ພຊສ ຕະຫຼອດເຖິງສະມາຊິກກຳມະບານ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 107 ສະຫາຍ ສະຫາຍ, ຍິງ 51 ສະຫາຍ. ໃນກອງປະຊຸມ ສະຫາຍ ຈັນເພັງໃສ ດາລາຊະວົງ ປະທານກຳມະບານຮາກຖານ ພຊສ ແຂວງສະຫວັນນະເຂດ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ ຂອງກຳມະບານຮາກຖານ ພຊສ ຢ່າງຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງກຳມະບານຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານກຳມະບານ ໃນແຕ່ລະໄລຍະ ໂດຍແນໃສປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ໃຫ້ໄດ້ຢ່າງທົ່ວເຖິງ, ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກຳມະບານ ໃນໄລຍະ 5 ປີ ຜ່ານມາ;

ຄະນະລັດຖະບານ

ກະຊວງພາຍໃນ

ກະຊວງການຕ່າງປະເທດ

ກະຊວງການເງິນ

ກະຊວງແຜນການ ແລະ ການລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ

ກະຊວງພະລັງງານ ແລະ ບໍ່ແຮ່

ກະຊວງກະສິກຳ ແລະ ປ່າໄມ້

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ກະຊວງໂຍທາທິການ ແລະ ຂົນສົ່ງ

ກະຊວງສຶກສາທິການ ແລະ ກິລາ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ກະຊວງສາທາລະນະສຸກ

ກະຊວງຍຸຕິທຳ

 

ເວບໄຊບັນດາວາລະສານຕ່າງໆ

ວາລະສານ 108 ອາຊີບ

ວາລະສານ ທາເກັດ

ວາລະສານ ການທະນາຄານ

ວາລະສານ ຈຳປາ

ວາລະສານ ສະບາຍດີ

ວາລະສານ ມະຫາຊົນ

ວາລະສານ ຂວັນໃຈ

 

ເວບໄຊບັນດາສື່ສິ່ງພິມຕ່າງໆ

ໜັງສືພິມສຶກສາ-ກິລາ

ໜັງສືພິມວຽງຈັນໃໝ່

ໜັງສືພິມລາວພັດທະນາ

ໜັງສືພິມປະຊາຊົນ

ໜັງສືພິມກອງທັບປະຊາຊົນລາວ

ໜັງສືພິມປະເທດລາວ

ໜັງສືພິມວິທະຍາສາດ ແລະ ການພັດທະນາ

 

ເວບໄຊບັນດາສື່ເອເລັກໂຕຼນິກ

ໂທລະພາບແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸ ປ.ກ.ສ

ໂທລະພາບ ທີວີລາວ

ໂທລະພາບ ເອັມວີລາວ

ວິທະຍຸ ໂທລະພາບ ແຂວງ ຊຽງຂວາງ

ຂ່າວ ປກສ ແຂວງຊຽງຂວາງ

 

ເວບໄຊອື່ນໆ

ທະນາຄານແຫ່ງ ສປປ ລາວ

ອົງການໄອຍະການປະຊາຊົນສູງສຸດ

ສະພາແຫ່ງຊາດ