ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2021 ໄດ້ຈັດກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນການຂຽນໂຄງ ການ ເພື່ອຍາດແຍ່ງເອົາທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄະນະທີມງານຈາກກະຊວງ, ຄະນະຂະແໜງ, ຄະນະຫ້ອງການທີ່ຂຶ້ນກັບພະແນກ ຊສ ມີຜູ່ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 11 ທ່ານ.

       ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງ ແລະ ຄວາມສໍາຄັນຕໍ່ກັບວຽກງານດັ່ງກ່າວ, ທ່ານ ແກ້ວມະນີ ຫຼວງລາດ ຫົວໜ້າພະແນກຄຸ້ມຄອງການຮ່ວມມື, ກອງເລຂາແມ່ນໍ້າຂອງ ໄດ້ມີຄໍາເຫັນພ້ອມທັງໄດ້ນໍາສະເໜີກ່ຽວກັບຄວາມເປັນມາຂອງໂຄງການໂດຍລວມ.

       ທ່ານ ທອງທິບ ຈັນດາລາສານ ຮອງຫົວໜ້າພະແນກຄຸ້ມຄອງການຮ່ວມມື, ກອງເລຂາ ຄມຊ, ໄດ້ຂຶ້ນຜ່ານຈຸດປະສົງຂອງໂຄງການ, ຄວາມເປັນມາຂອງໂຄງການ ແລະ ສະຫຼຸບການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ໃນໄລ່ຍະຜ່ານມາ.

 ຈາກນັ້ນທາງຄະນະທີມງານຈາກກະຊວງ ໄດ້ແນະນໍາກ່ຽວກັບຮ່າງແບບຟອມຂອງການຂຽນໂຄງການ, ພ້ອມທັງໄດ້ແນະນໍາກ່ຽວກັບບູລິມາສິດຂອງການ ເຊິງປະກອບມີ 06 ໜ່ວຍງານບູລິມາສິດຕົ້ນຕໍຄື:

  • ໜ່ວຍງານວິຊາການຮ່ວມດ້ານການເຊື່ອມຈອດ;
  • ໜ່ວຍງານວິຊາການດ້ານຄວາມອາດສາມາດໃນການຜະລິດ;
  • ໜ່ວຍງານວິຊາການດ້ານການຮ່ວມມືເສດຖະກິດຊາຍແດນ;
  • ໜ່ວຍງານວິຊາການດ້ານຊັບພະຍາກອນນໍ້າ;
  • ໜ່ວຍງານວິຊາການດ້ານກະສິກໍາ; ແລະ
  • ໜ່ວຍງານຫຼຸດຜ່ອນຄວາມທຸກຍາກ.

ແລະ ເພດານຂອງກອງທຶນ, ວຽກພົວພັນກັບຫຼາຍຝ່າຍ.

      ມາຮອດເວລາ 11: 30 ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.