ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 01 ກັນຍາ 2020, ໄດ້ຈັດກອງປະຊຸມເລື່ອນສະມາຊິກພັກສໍາຮອງຂື້້ນສົມບູນ ແລະ ຮັບສະມາຊິກພັກສຳຮອງ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງສະຫາຍ  ພູທອນ ຍອດບຸນເຮືອງ  ເລຂາຄະນະພັກຮາກຖານ ພຊສແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 10 ສະຫາຍ.

         ໃນຄັ້ງວັນທີ 28 ສິງຫາ 2020 ອ້າຍນ້ອງພະນັກງານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ພ້ອມພຽງກັນສ້າງຂະບວນການອານາໄມລວມ ພາຍໃນຂົງເຂດຮັບຜິດຊອບຂອງໃຜລາວ ໂດຍປະກອບດ້ວຍຄະນະພຊສ, ຄະນະ 08 ຂະແໜງການອ້ອມຂ້າງ ພຊສ ແລະ ພ້ອມດ້ວຍວິຊາການຢ່າງພ້ອມພຽງຮຽງໜ້າ ຕາມທິດຊີ້ນຳຂອງທ່ານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ລົງວັນທີ 27 ສິງຫາ 2020 ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນ ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ພ້ອມທັງເຮັດໃຫ້ສະພາບແວດລ້ອມອ້ອມຂ້າງ ໃຫ້ມີຄວາມສະອາດຈົບງາມ ແລະ ໜ້າຢູ່ອີກດ້ວຍ.

             

               ໃນເວລາ 13 ໂມງ 30 ນາທີ ຂອງວັນທີ 27 ສິງຫາ 2020, ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນກ່ຽວກັບ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ແຜນຈັດສັນທີ່ດິນ ແລະ ແຜນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຄະນະພະແນກ, ຄະນະຂະແໜງການ ແລະ ກອງເລຂາເຂົ້າຮ່ວມລວມທັງໝົດ 15 ທ່ານ, ຍິງ 2 ທ່ານ.

                   

        ໃນຕອນບ່າຍ ຂອງວັນທີ 25 ສິງຫາ 2020 ຄະນະທີມງານສູນກາງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງມາມອບເຄື່ອງ ແລະ ແນະນຳການຕິດຕັ້ງອຸປະກອນສື່ສານທາງໄກ (Video Conference) ທົດລອງການໃຊ້ງານ ເພື່ອອຳນວຍຄວາມສະດວກໃນການປະຊຸມທາງໄກ ໃຫ້ແກ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ.

         

         ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 13 ສິງຫາ 2020, ໄດ້ຈັດກອງປະຊຸມການສະຫຼຸບປະຈໍາປີ ວຽກງານການຍົກຍ້າຍຈັດສັນ ແລະ ທົດແທນຄ່າເສຍຫາຍປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່່ສ້າງເຄື່ອນ ເຊລະນອງ 01 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ພ້ອມດ້ວຍສະພາປະຊາຊົນແຂວງ, ພະແນກການອ້ອມຂ້າງແຂວງ ທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ 02 ເມືອງຄື: ເມືອງພີນ ແລະ ເມືອງນອງຕ່າງໜ້າອຳນາດການປົກຄອງບ້ານລອຍນໍ້າ ແລະ ບ້ານລະເບົານໍ້າ ແລະ  ຄະນະ 08 ຂະແໜງການອ້ອມຂ້າງພະແນກ ຊສ ພ້ອມດ້ວຍວິຊາການ ລວມທັງໝົດ 36 ທ່ານ, ຍິງ 02  ທ່ານ.

Subcategories