ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 31 ກໍລະກົດ 2020, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 04 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຂອງສະຫາຍ  ພູທອນ ຍອດບຸນເຮືອງ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 85 ທ່ານ, ຍິງ 40 ທ່ານ.

       ທ່ານ ໄກນາລອນ ຕານວົງພັບ ຮອງຫົວໜ້າຂະແໜງບໍລິຫານ ແລະ ການເງິນໄດ້ສະເໜີຈຸດປະສົງຕໍ່ກອງປະຊຸມ ແລະ ມອບໃຫ້ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂື້ນຜ່ານເນື້້ອໃນມູນເຊື້້ອວັນສຳຄັນຕ່າງໆ ຂອງຊາດ ແລະ ສາກົນ ເຊິ່ງປະກອບດ້ວຍ 04 ເອກກະສານດັ່ງນີ້:

1: ວັນຄ້າຍ ວັນເກີດ ຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ, (13/07/1909-13-07-2020)

2: ວັນເຊັນສັນຍາມິດຕະພາບ-ການຮ່ວມມື ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 77 ປີ( 18/07/1977-18/07/2020).

3: ວັນສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ( 20/07/1955-20/07/2020).

4: ວັນເກີດທ່ານ ແອຣເນໂຕ ເຈ ເກວາຣາ ຄົບຮອບ 92 ປີ( 14/06/1928 – 14/06/2020)

       ກອງປະຊຸມດຳເນີນມາຮອດເວລາ 11 ໂມງ   30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ