ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 18 ກັນຍາ 2020, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 03 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຂອງສະຫາຍ  ພູທອນ ຍອດບຸນເຮືອງ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 99 ທ່ານ, ຍິງ 41 ທ່ານ.

      

    ທ່ານ ໄກນາລອນ ຕານວົງພັບ ຮອງຫົວໜ້າຂະແໜງບໍລິຫານ ແລະ ການເງິນໄດ້ສະເໜີຈຸດປະສົງຕໍ່ກອງປະຊຸມ ແລະ ມອບໃຫ້ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂື້ນຜ່ານເນື້້ອໃນມູນເຊື້້ອວັນສຳຄັນຕ່າງໆ ຂອງຊາດ ແລະ ສາກົນ ເຊິ່ງປະກອບດ້ວຍ 03 ເອກກະສານດັ່ງນີ້:

1: ວັນຊາດ ຂອງ ສສຫວຽດນາມ ຄົບຮອບ 18 ປີ ( 02-09-1945-02-09-2020)

2: ວັນສ້າງຕັ້ງນັກຮົບເກົ່າ ແຫ່ງຊາດລາວຄົບຮອບ (09-09-2002 – 09-09-2020)

3: ເອກະສານ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການກວດກາລັດ ແຂວງ ສະຫວັນນະເຂດ.

ພ້ອມກັນນີ້ ທ່ານ ບຸນຊູ ວົງສະຫັວນ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງປະທານແນວລາວສ້າງຊາດສູນກາງວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ, ຂໍ້ຕົກລົງທ່ານເຈົ້າແຂວງ ວ່າດ້ວຍການຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະຈໍາປີ 2019 ແລະ ໃບຍ້ອງຍໍບໍລິສັດທີ່ປະກອບສ່ວນເຂົ້້າໃນວຽກ ພຊສ ເຊີ່ງເປັນກຽດທ່ານ ຫົວໜ້າ ພຊສ ເຊີ່ງປະກອບດ້ວຍຫຼຽນກາລະນຶກ 70 ປີ ຂອງແນວລາວສ້າງຊາດສູນກາງ,ໃບຍໍຍ້ອງທ່ານເຈົ້າແຂວງ, ໃບຍໍຍ້ອງພະແນກຊັບມອບໃຫ້ບໍລິສັດປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ ພຊສ. ສຂ (ເຄື່ອງວັດແທກຄຸນນະພາບນໍ້າ 1 ຊຸດ) ແລະ ໃບຊົມເຊີຍຈໍານວນໜື່ງໃຫ້ແກ່ພະນັກງານໃນພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ສະຫວັນນະເຂດ.

         ກອງປະຊຸມດໍາເນີນມາຮອດເວລາ 11 ໂມງ   30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ