ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 21 ກັນຍາ 2020, ໄດ້ຈັດກອງປະຊຸມກອງປະຊຸມສຳມະນາກ່ຽວກັບການຍົກລະດັບວຽກງານຂ່າວສານປະຊາສຳພັນ, ປັບປຸງເວັບໄຊການບໍລິຫານເອກກະສານທາງລັດຖະການ, ການ ຂື້້ນ ບັນຊີຊັບສິນຂອງລັດ ແລະ ວຽກງານສົງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກນ້ອຍ ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການຊີນໍາ ແລະ ການມີຄໍາເຫັນຂອງ ທ່ານ  ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ທ່ານ ສີສະເຫວີຍ ຈິດຕະສຸພາ ຫົວໜ້າພະແນກສົງເສີມຄວາມກ້າວ    ໜ້າແມ່ຍິງ ແລະ ແມ່ເດັກ, ທ່ານ ນາງ ວິໄລພອນ ຮອງຫົວໜ້າພະແນກ ບໍລິຫານ ແລະ ແຜນການ, ຮອງຫົວໜ້າຂະແໜງຊັບພະຍາກອນນໍ້າອຸຕຸນິຍົມ-ອຸທົກກະສາດ, ຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ຮອງຫົວໜ້າຂະແໜງບໍລິຫານ-ການເງິນ, ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ, ຮອງຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນຮອງຫົວໜ້າຂະແນງແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ, ຮອງຫົວໜ້າຂະແໜງທີ່ດິນ,  ພ້ອມດ້ວຍວິຊາການສູນກາງ  ແລະ ແຂວງລວມທັງໝົດ 25 ທ່ານ, ຍິງ 10 ທ່ານ.

        ຫຼັງຈາກນັ້ນທ່ານ ສີສະເຫວີຍ ຈິດຕະສຸພາ ຫົວໜ້າພະແນກສົງເສີມຄວາມກ້າວ    ໜ້າແມ່ຍິງ ແລະ ແມ່ເດັກກໍ່ໄດ້ສະເໜີຈຸດປະສົງຕໍ່ກອງປະຊຸມ,  ຈາກນັ້ນແຕ່ລະຂະແໜງກໍ່ໄດ້ລາຍງານການຈັດຕັ້ງປະຕິບັດໜ້າວຽກຂອງຕົນເອງໃນໄລຍະຜ່ານມາຕໍ່ກອງປະຊຸມ ພ້ອມສະເໜີບາງບັນຫາທີ່ຄ້າງຄາ ແລະ ທ່ານ ນາງ ວິໄລພອນ ຮອງຫົວໜ້າພະແນກ ບໍລິຫານ ແລະ ແຜນການ ກໍ່ໄດ້ແນະນຳວິທີທາງແກ້ໄຂບັນຫາທີ່ຄ້າງຄາໃນຕໍ່ໜ້າ.

        ກອງປະຊຸມດໍາເນີນມາຮອດເວລາ 11 ໂມງ  30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ