ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 02 ກຸມພາ 2021, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ(01 ກຸມພາ 1956 – 01 ກຸມພາ 2021), ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຮ່ວມກອງປະຊຸມຂອງ ທ່ານ ສົມໃຈ ສີສົມພອນ ປະທານສະຫະພັນກຳມະບານແຂວງ,  ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງ,   ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສ ທັງໝົດ 97 ທ່ານ, ຍິງ 38 ທ່ານ.

     

       ທ່ານ ສົມໃຈ ສີສົມພອນ ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມ ໄດ້ສະເໜີຈຸດປະສົງຂອງກອງປະຊຸມ ແລະ ເລົ່າປະຫັວດມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ(01 ກຸມພາ 1956 – 01 ກຸມພາ 2021).

        ກອງປະຊຸມດຳເນີນມາຮອດເວລາ 10ໂມງ 00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ