ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສ້າງຕັ້ງແມ່ຍິງສາກົນ ແລະ ສ້າງຄວາມສາມັກຄີພາຍໃນ ພຊສ ແຂວງ ແລະ ພະແນກການອ້ອມຂ້າງ ໃນວັນທີ 04 ມີນາ 2021 ຮາກຖານສະຫະພັນແມ່ຍິງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ເຂົ້າຮ່ວມສ້າງບູດຢູ່ສູນການຄ້າໄອເຕັກ ເພື່ອຮ່ວມຂາຍສິນຄ້າພະລິດຕະພັນທີ່ເປັນຂອງ ແມ່ຍິງເຮົາເອງ, ພ້ອມກັນນັ້ນຮາກຖານສະຫະພັນແມ່ຍິງ ພຊສ ກໍ່ໄດ້ສົງຕົວແທນຈາກພະແນກ 1 ທ່ານ ເພື່ອເຂົ້້າຮ່ວມກິດຈະກຳເດີນແບບອາພອນເຜົ່າ ພາຍໄຕ້ຫົວຂໍ້ ແມ່ຍິງຍຸກໃຫ່ມໃສ່ໃຈວັດທະນະທຳລາວ, ພ້ອມກັນນັ້ນພາຍໃນພຊສ ກໍ່ໄດ້ສ້າງຂະບວນອານາໄມສາມັກຄີ ເພື່ອຄຳນັບຮັບຕອນວັນສຳຄັນດັ່ງ​ກ່າວ.