ກອງປະຊຸມຮັບຟັງປະຖະກາຖາມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄັ້ງວັນທີ 31-07-2020
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 31 ກໍລະກົດ 2020, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 04 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງສະຫາຍ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 85 ທ່ານ, ຍິງ 40 ທ່ານ.
ກອງປະຊຸມເລື່ອນສະມາຊິກພັກສຳຮອງຂື້ນສົມບູນ ແລະ ຮັບສະມາຊິກພັກສຳຮອງຂອງໜ່ວຍພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ ແລະ ໜ່ວຍພັກຂະແໜງນໍ້າ ແລະ ສິ່ງແວດລ້ອມ ຄັ້ງວັນທີ 30 ກໍລະກົດ 2020
ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 30 ກໍລະກົດ 2020, ໄດ້ຈັດກອງປະຊຸມເລື່ອນສະມາຊິກພັກສໍາຮອງຂື້້ນສົມບູນ ແລະ ຮັບສະມາຊິກພັກສຳຮອງ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງສະຫາຍ ໜູການ ອິນທະປັນຍາ ຮອງເລຂາຄະນະພັກຮາກຖານ ພຊສແຂວງ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 19 ສະຫາຍ.
ກອງປະຊຸມຮັບຟັງການລາຍງານການເຄື່ອນໄຫວວຽກງານ ຂອງ ພຊສ ແລະ ຮັບຟັງການໂອລົມຂອງທ່ານ ນາງ ປອ ບຸນຄຳ ວໍລະຈິດ
ໃນຕອນແລງ ເວລາ 17 ໂມງ 30 ນາທີ ຂອງວັນທີ 28 ກໍລະກົດ 2020, ໄດ້ຈັດກອງປະຊຸມການລາຍງານການຈັດຕັ້ງປະຕິບັດ ການເຄື່ອນໄຫວ ຂອງ ພຊສ ແຂວງ ໃນໄລຍະຜ່ານມາ ແລະ ຮັບຟັງການໂອ້ລົມຂອງຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ນາງ ປອ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງມີຜູ້ເຂົ້າຮ່ວມປະກອບດ້ວຍຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງພ້ອມຄະນະ, ຫົວໜ້າ ແລະ ຮອງ 08 ຂະແໜງການອ້ອມຂ້າງພະແນກ, ວິຊາການຂອງກະຊວງ, ວິຊາການຂອງ ພຊສເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 04 ທ່ານ.
ກອງປະຊຸມສະໃໝສາມັນເທື່ອທີ 09 ສະພາປະຊາຊົນຂອງແຂວງ ສະຫັວນນະເຂດຊຸດທີ 01
ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 22 ກໍລະກົດ 2020 ໄດ້ເຂົ້າຮ່ວມກອງປະຊຸມສະໃຫມສາມັນເທື່ອທີ 9 ປະຊາຊົນຂອງແຂວງສະຫັວນນະເຂດ ຊຸດທີ 01 ຢູ່ທີ່ຫ້ອງປະຊຸມທີ່ຫໍວັດຖະນະທຳ ໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ປອ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ,ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານຮອງເຈົ້າແຂວງ, ການນຳຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງ,ເຈົ້າເມືອງ,ເຈົ້ານະຄອນໄກສອນ ພົມວິຫານ,ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມນຳ.
Read more: ກອງປະຊຸມສະໃໝສາມັນເທື່ອທີ 09 ສະພາປະຊາຊົນຂອງແຂວງ ສະຫັວນນະເຂດຊຸດທີ 01
ກອງປະຊຸມ ລາຍງານຄວາມຄືບໜ້າຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ ທົ່ວປະເທດ ຜ່ານທາງ Video Conference ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ( ກະຊວງ ຊສ ກັບບັນດາ ພະແນກ ການ ສຊ ແຂວງ, ນະຄອນ ທົ່ວປະເທດ
ໃນວັນທີ 15 ກໍລະກົດ 2020 ໃນເວລາ 14 ໂມງ 00 ນາທີ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າ ຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ ທົ່ວປະເທດ ຜ່ານທາງ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາການນຳຂອງກະຊວງ, ຫົວໜ້າກົມ, ຮອງກົມ ຂອງກະຊວງ ຊສ ແລະ ບັນດາພະແນກການ ຊສ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ;
Page 20 of 25