ພິທີສັງຂະທານພາເຂົ້າ ແລະ ໃສ່ບາດເນື່ອງໃນໂອກາດຕ້ອນຮັບປີໃຫ່ມລາວ ພໍສໍ 2564
ໃນຕອນເຊົ້າຂອງວັນທີ 13 ເມສາ 2021 ໃນເວລາ 7 ໂມງ 15 ນາທີ, ເນື່ອງໃນໂອກາດ ສົງທ້າຍປີເກົ່າປີຊວດ ພໍສໍ 2563 ແລະ ຕ້ອນຮັບ ປີໃຫ່ມລາວ ປີສະຫລຸ ປີພສ 2564 ພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ ໄດ້ຖືເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນ ນຳພາໂດຍ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພຊສ, ສຂ, ພ້ອມດ້ວຍຄະນະພຊສ, ຄະນະ 08 ຂະແໜງ ພ້ອມດ້ວຍອ້າຍນ້ອງພະນັກງານ ພຊສ ແລະ ແຂກທີ່ມີຄວາມຊັດທາໃຫ້ທານໄດ້ຮ່ວມກັນສັງຂະທານພາເຂົ້າ 09 ພາ ແລະ ໃສ່ບາດຄູບາ 09 ອົງ.
Read more: ພິທີສັງຂະທານພາເຂົ້າ ແລະ ໃສ່ບາດເນື່ອງໃນໂອກາດຕ້ອນຮັບປີໃຫ່ມລາວ ພໍສໍ 2564
ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫ່ຍ ຄັ້ງທີ XIຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງສະຫັວນະເຂດ
ໃນຕອນເຊົ້າຂອງວັນທີ 09 ເມສາ 2021 ເວລາ 08 ໂມງ 30 ນາທີ ໄດ້ຈັດກອງປະຊຸມ ເຜີຍແຜ່ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງສະຫັວນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,
ພາຍໄຕ້ການເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຄະນະຂະແໜງ ພ້ອມດ້ວຍພະນັກງານວິຊາການ ແລະ ອາສາສະຫມັກທົ່ວ ພຊສ ທັງໝົດ 102 ທ່ານ, ຍິງ 48 ທ່ານ.
Read more: ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫ່ຍ ຄັ້ງທີ XIຂອງພັກປະຊາຊົນ ປະຕິວັດລາວ ແລະ...
ກອງປະຊຸມປຶກສາຫາລື, ຜ່ານບົດລາຍງານການສຶກສາເບື້ອງຕົ້ນ IEE ຂອງໂຄງການ ຊົນລະປະທານ ອ່າງເກັບນໍ້າຫ້ວຍປາງ ເມືອງພີນ ແຂວງສະຫັວນນະເຂດ
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 02 ເມສາ 2021, ໄດ້ຈັດກອງປະຊຸມປຶກສາຫາລື, ຜ່ານບົດລາຍງານການສຶກສາເບື້ອງຕົ້ນ IEE ຂອງໂຄງການ ຊົນລະປະທານ ອ່າງເກັບນໍ້າຫ້ວຍປາງ ເມືອງພີນ ແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້້ປະກອບດ້ວຍຫ້ອງວ່າການແຂວງ, ພະແນກແຜນການ-ການລົງທືນ, ຮອງເຈົ້າເມືອງໆພີນພ້ອມດ້ວຍຂະແໜງທີ່ກ່ຽວຂ້ອງ ແລະ ນາຍບ້ານ, ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພະແນກກະສິກຳ ແລະ ປ່າໄມ່ແຂວງ, ຜູ້ປະກອບການ ແລະ ພ້ອມດ້ວຍວິຊາການເຂົ້າຮ່ວມ 22 ທ່ານ ຍິງ 4 ທ່ານ.
ກອງປະຊຸມກ່ຽວກັບການທົບທວນຄືນການຂຽນ ກຳນົດຕຳແໜ່ງງານ 05 ຂະແໜງການ ແລະ ຜ່ານມະຕິຕົກລົງ ຂອງຄະນະພັກຮາກຖານ ວ່າດ້ວຍການດຳເນີນ ວີວິດການເມືອງ ທ້າຍສະໄໝ ຂອງຂະແໜງການ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ
ໃນຕອນເຊົ້າ 08 ໂມງ 30 ນາທີ, ວັນທີ 30 ມີນາ 2021, ໄດ້ຈັດກອງປະຊຸມກ່ຽວກັບການທົບທວນຄືນການຂຽນ ກຳນົດຕຳແໜ່ງງານ 05 ຂະແໜງການ ແລະ ຜ່ານມະຕິຕົກລົງ ຂອງຄະນະພັກຮາກຖານ ວ່າດ້ວຍການດຳເນີນ ຊີວິດການເມືອງ ທ້າຍສະໄໝ
ຂອງຂະແໜງການ ພຊສ ແຂວງ ທີ່ຫ້ອງປະຊຸມຊັ້ນ 02 ຂອງ ພຊສ ແຂວງ ພາຍໄຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານຫົວໜ້າພ້ອມຄະນະ ພຊສ ຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 15ທ່ານ, ຍິງ 03 ທ່ານ.
ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງໄດ້ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງແລະ ມີຄຳເຫັນໃຫ້ແຕ່ລະຂະແໜງການ ລາຍງານຄວາມຄືບໜ້າ ຂອງການຂຽນກຳນົດຕຳແໜ່ງງານ.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫັວນນະເຂດ, ໄດ້ສ້າງຂະບວນການອານາໄມລວມພາຍໃນ ພຊສ.ສຂ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
ໃນຄັ້ງວັນທີ 19 ມີນາ 2021 ອ້າຍນ້ອງພະນັກງານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ພ້ອມພຽງກັນສ້າງຂະບວນການອານາໄມລວມ ພາຍໃນຂົງເຂດຮັບຜິດຊອບຂອງໃຜລາວ ໂດຍປະກອບດ້ວຍຄະນະພຊສ, ຄະນະ 08 ຂະແໜງການອ້ອມຂ້າງ ພຊສ ແລະ ພ້ອມດ້ວຍວິຊາການຢ່າງພ້ອມພຽງຮຽງໜ້າ ຕາມທິດຊີ້ນຳຂອງທ່ານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ພ້ອມທັງເຮັດໃຫ້ສະພາບແວດລ້ອມອ້ອມຂ້າງ ໃຫ້ມີຄວາມສະອາດຈົບງາມໜ້າຢູ່ອີກດ້ວຍ.
Page 8 of 25