ກອງປະຊຸມທາບທາມ ຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ແຂວງສະຫັວນນະເຂດ(ຈຸດເມືອງອຸທຸມພອນ)
ໃນຕອນທ່ຽງ ເວລາ 13:30 ນາທີ ຂອງວັນທີ 12 ມິຖຸນນາ 2020, ໄດ້ຈັດກອງປະຊຸມທາບທາມ ຜ່ານຮ່າງແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງອຸທຸມພອນ ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ໂພຄຳ ແວວມະນີ ຮອງເຈົ້າເມືອງໆສອງຄອນ, ທ່ານ ບຸນເລື່ອນ ລາດຊະພົນ ສະມາຊິກສະພາ ປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ອຸທຸມພອນ ແລະ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີ ທ່ານຮອງເຈົ້າເມືອງ, ຫ້ອງການ ຊສເມືອງ, ຫ້ອງການໂຍທາເມືອງ, ຫ້ອງການກະສິກຳປ່າໄມ້ເມືອງ,ສະມາຊິກສະພາປະຈຳເຂດເລືອກຕັ້ງຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງໃນ1ນະຄອນ ແລະ 03 ເມືອງຄື: ນະຄອນໄກສອນ, ເມືອງໄຊບູລີ, ເມືອງອຸທຸມພອນ ແລະ ເມືອງອາດສະພັງທອງ ພ້ອມດ້ວບກອງເລຂາ ທັງໝົດ 40 ທ່ານ, ຍິງ 5 ທ່ານ.
ກອງປະຊຸມທາບທາມ ຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ແຂວງສະຫັວນນະເຂດ(ຈຸດເມືອງສອງຄອນ)
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 11 ມິຖຸນນາ 2020, ໄດ້ຈັດກອງປະຊຸມທາບທາມ ຜ່ານຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງສອງຄອນ ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ປທ ລິນທອງ ບຸນທະມາລີ ຮອງເຈົ້າເມືອງໆສອງຄອນ ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີ ທ່ານຮອງເຈົ້າເມືອງ, ຫ້ອງການ ຊສເມືອງ, ຫ້ອງການໂຍທາເມືອງ, ຫ້ອງການກະສິກຳປ່າໄມ້ເມືອງ, ສະມາຊິກສະພາເມືອງ ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງ 05 ເມືອງຄື: ເມືອງສອງຄອນ, ເມືອງຈຳພອນ, ເມືອງທ່າປາງທອງ, ເມືອງໄຊພູທອງ ແລະ ເມືອງຊົນນະບູລີ ພ້ອມດ້ວຍສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງຂອງເມືອງກອງເລຂາ ທັງໝົດ 38 ທ່ານ, ຍິງ 6 ທ່ານ.
ກອງປະຊຸມທາງໄກ Video Conference ລະຫວ່າງ ຂັ້ນສູນກາງ ແລະ ພຊສ,ສຂ ການລາຍງານແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານສິ່ງ
ໃນຕອນບ່າຍເວລາ 13:30 ນາທີ ຂອງວັນທີ 27 ພຶດສະພາ 2020, ພະແນກ ພຊສ ແຂວງສະຫັວນນະເຂດໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ອານົງສອນ ພົມມະຈັນ ວ່າການ ຫົວໜ້າກົມທີ່ດິນມີບັນດາພາກສ່ວນກ່ຽວຂ້ອງຂອງ ກຊສ ແລະ ພະແນກ ຊສ,ສຂ ຢ່າງພ້ອມພຽງ ຈຳນວນ 21 ທ່ານ, ຍິງ 04 ທ່ານ.
Read more: ກອງປະຊຸມທາງໄກ Video Conference ລະຫວ່າງ ຂັ້ນສູນກາງ ແລະ ພຊສ,ສຂ...
ພິທີມອບຮັບເຂົ້້າສານໃຫ້ແກ່ ປະຊາຊົນ 02 ບ້ານຄື: ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 01 ງວດ 5-6, ປະຈຳເດືອນ 5-6-7-8-9-10 ປີ 2020
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 20-21 ພຶດສະພາ 2020 ຄະນະກໍາມະການໜ່ວຍງານຄຸ້ມຄອງການທົດແທນ, ຈັດສັນຍົກຍ້າຍຄ່າເສຍຫາຍຂອງປະຊາຊົນຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າເຊລະນອງ01 ຂັ້ນແຂວງ ແລະ ຂັ້ນເມືອງພ້ອມບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1, ເຊິ່ງຂັ້ນແຂວງຕ່າງໜ້າ ພຊສ ນຳພາໂດຍ ທ່ານ ອຸຄຳ ພູນປະກອນ ຫົວໜ້າຂະ ແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດພ້ອມຄະນະ 04 ທ່ານ, ຂັ້ນເມືອງ ທ່ານ ແພງມາ ຈັນທິລະນອງ ຫົວໜ້າຫ້ອງການ ຊສ ເມືອງນອງ ພ້ອມດ້ວຍຄະນະກຳມະການ 05 ທ່ານ, ໂດຍສົມທົບກັບບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1, ທັງໝົດ ຈຳນວນ 15 ທ່ານ ໄດ້ລົງມອບເຂົ້າສານ, ໃຫ້ແກ່ປະຊາຊົນ 02 ບ້ານຄື: ບ້ານລະເບົານໍ້າ ຈຳນວນ 56 ຄວບຄົວ ແລະ ບ້ານລອຍນໍ້າ ຈຳນວນ 32 ຄອບຄົວ; ເຊີ່ງເປັນບ້ານຈັດສັນໃຫມ່ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການເຂື່ອນໄຟຟ້າເຊລະນອງ 01.
ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືືອກຕັ້ງທີ 13 ລົງເຄື່ອນໄຫວພົບປະໂອ້ລົມ ແລະ ເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ I
ໃນຕອນເຊົ້າ ຂອງວັນທີ 19 ພຶດສະພາ 2020 ເວລາ 08 ໂມງ 30 ນາທີ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ I ຂຶ້ນພາຍໃຕ້ເປັນປະທານຂອງ ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໂດຍມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ມີບັນດາຄະນະພັກ, ຄະນະນຳ ຂອງສາມພະແນກການ ຄື: ພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ພະແນກອຸດສະຫະກຳ-ການຄ້າແຂວງ ແລະ ພະແນກກະສິກຳ-ປ່າໄມ້ແຂວງ ເຂົ້າຮ່ວມຮັບຟັງທັງໝົດ ຈຳນວນ 61 ທ່ານ, ຍິງ 13 ທ່ານ.
Page 22 of 25