ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ.
ໃນຕອນເຊົ້າ ຂອງ ວັນທີ 27 ກໍລະກົດ 2021, ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ສີສະຫວັດ ໂຄດຕະວົງສາ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະ ພັນແມ່ຍິງແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຮາກຖານສະຫະພັນແມ່ຍິງພະແນກການ ອ້ອມຂ້າງແຂວງ, ມີຄະນະພະແນກ, ບັນດາຂະແໜງ ແລະ ອົງການ ຈັດຕັ້ງມະຫາຊົນ ຮາກຖານ ພຊສ ຕະຫຼອດເຖິງສະມາຊິກແມ່ຍິງ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 66 ສະຫາຍ ສະຫາຍ, ຍິງ 62 ສະຫາຍ, ຊາຍ 04 ສະຫາຍ. ໃນກອງປະ ຊຸມ ສະຫາຍ ນາງ ດາວີພອນ ຊານາອຸດ ປະທານສະຫະພັນແມ່ຍິງຮາກຖານພະແນກ ຊສ ແຂວງ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 05 ປີໃນຕໍ່ໜ້າ ຂອງສະຫະພັນແມ່ຍິງຮາກຖານ ພຊສ ຢ່າງ ຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງ, ຢູ່ໃນຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະ ກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງແມ່ຍິງຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານແມ່ຍິງ. ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແມ່ຍິງ ໃນໄລຍະ 05 ປີ ຜ່ານມາ;
ສະມາຊິກຊາວໜຸ່ມຮາກຖານພະແນກ ຊສ ເຂົ້າຮ່ວມຂະບວນການອອກແຮງງານ
ໃນຕອນບ່າຍຂອງວັນທີ 26 ກໍລະກົດ ແລະ ຕອນບ່າຍຂອງວັນທີ 29 ກໍລະກົດ 2021 ໂດຍອີງຕາມການປະສານ ຂອງສະເພາະກິດຂັ້ນແຂວງ ( ພະແນກສາທາລະນະສຸກແຂວງ ) ໄດ້ລະດົມກໍາລັງແຮງງານສະມາຊິກຊາວ ໜຸ່ມ ແຕ່ລະພະແນກເຂົ້າຮ່ວມເຮັດການອະນາໄມທໍາຄວາມສະອາດ ເພື່ອສ້າງເປັນສູນກັກກັນແຮງງານ ຊົ່ວຄາວ ທີ່ໂຮງງານຕັດຫຍິບອັບເກນ. ນະຄອນໄກສອນ ພົມວິຫານ ໂດຍມີຮາກຖານຊາວໜຸ່ມ ຈາກຮາກຖານພະແນກ ຊສ ເຂົ້າຮ່ວມຈໍານວນ 10 ສະຫາຍ, ຍິງ 03 ສະຫາຍ, ເຊິ່ງເຮັດໃຫ້ສະຖານທີດັ່ງກ່າວສາມາດຮອງຮັບ, ຮັບໃຊ້ການກັກກັນແຮງງານລາວ ທີ່ເດີນທາງຈາກປະເທດໃກ້ຄຽງ ໄດ້ຢ່າງພຽງພໍ.
ກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນຂອງ ການຂຽນໂຄງການ ເພື່ອຍາດແຍ່ງເອົາທຶນຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2021 ໄດ້ຈັດກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນການຂຽນໂຄງ ການ ເພື່ອຍາດແຍ່ງເອົາທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄະນະທີມງານຈາກກະຊວງ, ຄະນະຂະແໜງ, ຄະນະຫ້ອງການທີ່ຂຶ້ນກັບພະແນກ ຊສ ມີຜູ່ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 11 ທ່ານ.
ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງ ແລະ ຄວາມສໍາຄັນຕໍ່ກັບວຽກງານດັ່ງກ່າວ, ທ່ານ ແກ້ວມະນີ ຫຼວງລາດ ຫົວໜ້າພະແນກຄຸ້ມຄອງການຮ່ວມມື, ກອງເລຂາແມ່ນໍ້າຂອງ ໄດ້ມີຄໍາເຫັນພ້ອມທັງໄດ້ນໍາສະເໜີກ່ຽວກັບຄວາມເປັນມາຂອງໂຄງການໂດຍລວມ.
ທ່ານ ທອງທິບ ຈັນດາລາສານ ຮອງຫົວໜ້າພະແນກຄຸ້ມຄອງການຮ່ວມມື, ກອງເລຂາ ຄມຊ, ໄດ້ຂຶ້ນຜ່ານຈຸດປະສົງຂອງໂຄງການ, ຄວາມເປັນມາຂອງໂຄງການ ແລະ ສະຫຼຸບການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ໃນໄລ່ຍະຜ່ານມາ.
Read more: ກອງປະຊຸມແນະນໍາວິທີ ແລະ ຂັ້ນຕອນຂອງ ການຂຽນໂຄງການ ເພື່ອຍາດແຍ່ງເອົາທຶນຈາກກອງທຶນພິເສດ...
ກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ
ໃນຕອນບ່າຍ ຂອງ ວັນທີ 16 ກໍລະກົດ 2021, ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ພົມມາ ທອງເພັງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ກຳມະບານຮາກຖານພະແນກ ອ້ອມຂ້າງແຂວງ, ມີຄະນະກຳມະບານຮາກຖານ ພຊສ ຕະຫຼອດເຖິງສະມາຊິກກຳມະບານ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 107 ສະຫາຍ, ຍິງ 51 ສະຫາຍ. ໃນກອງປະຊຸມ ສະຫາຍ ຈັນເພັງໃສ ດາລາຊະວົງ ປະທານກຳມະບານຮາກຖານ ພຊສ ແຂວງສະຫວັນນະເຂດ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ ຂອງກຳມະບານຮາກຖານ ພຊສ ຢ່າງຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະ ບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງກຳມະບານຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານກຳມະບານ ໃນແຕ່ລະໄລຍະ ໂດຍແນໃສປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ໃຫ້ໄດ້ຢ່າງທົ່ວເຖິງ, ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກຳມະບານ ໃນໄລຍະ 5 ປີ ຜ່ານມາ;
Page 6 of 25