ກອງປະຊຸມເຜີຍແຜ່ຮັບຟັງປະຖະກາຖາເອກກະສານ ວັນສຳຄັນຕ່າງໆຂອງຊາດ ກໍ່ຄືສາກົນ ແລະ ການເຜີຍແຜ່ເອກະສານຂອງທະນາຄານໄຊງ່ອນ
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 12 ພະຈິກ 2020, ໄດ້ຈັດກອງປະຊຸມກອງປະຊຸມກອງປະຊຸມເຜີຍແຜ່ຮັບຟັງປະຖະກາຖາເອກກະສານ ວັນສຳຄັນຕ່າງໆຂອງຊາດ ກໍ່ຄືສາກົນ ແລະ ການເຜີຍແຜ່ເອກະສານຂອງທະນາຄານໄຊງ່ອນຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ຄະນະ 08 ຂະແໜງການອ້ອມຂ້າງ ພຊສ, ພ້ອມດ້ວຍວິຊາການ ລວມທັງໝົດ 94 ທ່ານ, ຍິງ 42 ທ່ານ.
Read more: ກອງປະຊຸມເຜີຍແຜ່ຮັບຟັງປະຖະກາຖາເອກກະສານ ວັນສຳຄັນຕ່າງໆຂອງຊາດ ກໍ່ຄືສາກົນ ແລະ...
ກອງປະຊຸມການປະເມີນຜົນປະຕິບັດວຽກງງານ ພະນັກງານ-ລັດຖະກອນ ຂອງຂະແໜງທີ່ດິນ ຄັ້ງວັນທີ 10 ພະຈິກ 2020
ໃນຕອນບ່າຍເວລາ 13 ໂມງ 30 ນາທີ ຂອງວັນທີ 10 ພະຈິກ 2020, ໄດ້ຈັດກອງປະຊຸມກອງປະຊຸມການປະເມີນຜົນປະຕິບັດວຽກງງານພະນັກງານ-ລັດຖະກອນ ຂອງຂະແໜງທີ່ດິນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະຂະແໜງ ແລະ ອ້າຍນ້ອງພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 40 ສະຫາຍ, ຍິງ 13 ສະຫາຍ.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບການນຳຂັ້ນແຂວງ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ແກ່ຜູ້ປະສົບໄຟພິບັດ ທີ່ເມືອງນອງ
ໃນວັນທີ 04 ພະຈິກ 2020 ທີ່ຜ່ານມາພະແນກພຊສ ແຂວງໄດ້ຮ່ວມກັບການນຳຂັ້ນແຂວງລົງຕິດຕາມ ແລະ ຢ້ຽມຢາມມອບເຄື່ອງໃຫ້ແກ່ປະຊາຊົນເມືອງນອງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໜັກໃນໄລຍະເດືອນຜ່ານມາ, ພາຍໄຕ້ການຕ້ອນຮັບຂອງຄະນະນຳຂອງເມືອງນອງ, ເພື່ອເປັນຂັວນກໍາລັງໃຈ ເພື່ອຊ່ວຍເຫຼືອ ແລະ ແກ້ໄຂຜົນກະທົບໃນເບື້ອງຕົ້ນ ຄະນະຊີ້ນຳຂັ້ນແຂວງ ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອເປັນການແບ່ງປັນນໍ້າໃຈ ຊ່ວຍປະຊາຊົນທີ່ຖືກຜົນກະທົບໃນຄັ້ງນີ້ປະກອບດ້ວຍເຄື່ອງນຸ່ງຮົ່ມ, ເຂົ້າສານອາຫານແຫ້ງ ພ້ອມດ້ວຍນໍ້າດືມ ຈຳນວນໜຶ່ງມອບໃຫ້ແກ່ການນຳເມືອງນອງເພື່ອນຳໄປແຈກຢາຍແກ່ປະຊາຊົນ
ກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດລາຍງານ ແລະ ການສັງລວມ ຂໍ້ມູນຄຸນນະພາບນໍ້າຄັ້ງວັນທີ 03-06- ພະຈິກ 2020 ທີ່ແຂວງສະຫັວນນະເຂດ
ໃນເວລາ 08ໂມງ 30 ນາທີ ຂອງວັນທີ 03 ພະຈິກ 2020, ໄດ້ຈັດກອງປະຊຸມກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດລາຍງານ ແລະ ການສັງລວມຂໍ້ມູນຄຸນນະພາບນໍ້າ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ປອ ອິນທະວີ ອັກຄະລາດ ຫົວໜ້າກົມຊັບພະຍາກອນນໍ້າ ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຄະນະຂະແໜງນໍ້າແຂວງສະຫັວນນະເຂດ, ວິຊາການຂະແໜງຂະແໜງນໍ້າ 09 ແຂວງຄື:ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫັວນນະເຂດ, ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ ເຂົ້າຮ່ວມລວມທັງໝົດ 35 ທ່ານ, ຍິງ 10 ທ່ານ.
ກອງປະຊຸມປຶກສາຫາລື ຜ່ານລະບົບທາງໄກ VIDEO CONFERENCE ກ່ຽວກັບຮ່າງຂໍ້ ຕົກລົງ ວ່າດ້ວຍການ ຈັດແບ່ງໂຄງການລົງທຶນ ແລະ ກິດຈະກຳຕ່າງໆ ໃນການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ໃນທຸລະກິດຄອບຄົວ
ໃນຕອນ ເຊົ້າເວລາ 08 ໂມງ 30 ນາທີ, ຂອງວັນທີ 28 ຕຸລາ 2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຜ່ານລະບົບທາງໄກ VIDEO CONFERENCE ກ່ຽວກັບຮ່າງຂໍ້ຕົກລົງ ວ່າດ້ວຍການຈັດແບ່ງໂຄງການລົງທຶນ ແລະ ກິດຈະກຳຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງແວດ ລ້ອມໃນທຸລະກິດຄອບຄົວ ຢູ່ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງ ທ່ານ ໄຊຍະລາດ ວິໄຊ ຫົວໜ້າກົມສິ່ງແວດລ້ອມ, ມີບັນດາພາກສ່ວນກ່ຽວຂ້ອງຂອງ ກຊສ ແລະ ພະແນກ ຊສ 17 ແຂວງ ແລະ ພຊສ ນະຄອນຫຼວງວຽງຈັນ ຢ່າງພ້ອມພຽງ.
Read more: ກອງປະຊຸມປຶກສາຫາລື ຜ່ານລະບົບທາງໄກ VIDEO CONFERENCE ກ່ຽວກັບຮ່າງຂໍ້ ຕົກລົງ ວ່າດ້ວຍການ...
Page 15 of 25