ກອງປະຊຸມຮັບຟັງປະຖະກາຖາມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄັ້ງວັນທີ 18 ກັນຍາ 2020
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 18 ກັນຍາ 2020, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 03 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງສະຫາຍ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 99 ທ່ານ, ຍິງ 41 ທ່ານ.
ຂະບວນການແຂ່ງຂັນກິລາມິດຕະພາບລະຫວ່າງ ພຊສ ສຂ ພົບກັບ ພຊສ ຄຳມ່ວນ
ໃນຄັ້ງວັນທີ 11 ກັນຍາ 2020 ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບລະຫວ່າງ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫັວນະເຂດ ພົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ
Read more: ຂະບວນການແຂ່ງຂັນກິລາມິດຕະພາບລະຫວ່າງ ພຊສ ສຂ ພົບກັບ ພຊສ ຄຳມ່ວນ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ
ໃນເວລາ 9 ໂມງ 00 ນາທີ, ວັນທີ 09 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ພຊສ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານເນື້ອຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ຂື້ນທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນການການເປັນປະທານ ກອງປະຊຸມ ຂອງ ທ່ານ ບູລິກາ ອິນທິລາດ ເລຂາ ຄະນະບໍລິຫານງານ ຊາວໜຸ່ມປະຊຸມປະຊາຊົນປະຕິວັດລາວ ຮາກຖານ ພຊສ, ພ້ອມດ້ວຍຄະນະຮາກຖານຄະນະໜ່ວຍຊາວໜຸ່ມທາງ 03 ໜ່ວຍອ້ອມຂ້າງ ພຊສ ເຂົ້າຮ່ວມ ຈຳນວນ 13 ທ່ານ ຍິງ 08 ທ່ານ,
ພິທີມອບ-ຮັບຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ 02 ບ້ານຄື: ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 01 ງວດ 02, ຄັ້ງວັນທີ 08-09-2020 ທີ່ເມືອງນອງ, ແຂວງສະຫັວນນະເຂດ
ໃນຕອນເຊົ້າ ຂອງວັນທີ 08 ກັນຍາ 2020 ຄະນະກໍາມະການໜ່ວຍງານຄຸ້ມຄອງການທົດແທນ, ຈັດສັນຍົກຍ້າຍປະຊາຊົນຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າເຊລະນອງ01 ຂັ້ນແຂວງ ແລະ ຂັ້ນເມືອງນອງພ້ອມບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1 ເຊິ່ງຂັ້ນແຂວງຕ່າງໜ້າ ພຊສ ນຳພາໂດຍ ທ່ານ ອຸຄຳ ພູນປະກອນ ຫົວໜ້າຂະ ແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດພ້ອມຄະນະ ຄະນະພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍວິຊາການ, ຄະນະພະແນກພະລັງງານ-ບໍ່ແຮ່ ພ້ອມດ້ວຍວິຊາການ ທ່ານ ຄໍາທະຫວິນ ຫົວໜ້າຫ້ອງການ ຊສ ເມືອງນອງ ພ້ອມດ້ວຍຄະນະກຳມະການ ກັບບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1 ພ້ອມດ້ວຍອໍານາດການປົກຄອງ ແລະ ປະຊາຊົນໃນ 2 ບ້ານເຂົ້າຮ່ວມ.
ພິທີມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ຫ້ອງການຈາກທະນາຄານຊາຄອມແບ໋ງລາວ
ໃນຕອນບ່າຍ ຂອງວັນທີ 04 ກັນຍາ 2020 ໄດ້ຈັດກອງປະຊຸມມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ຫ້ອງການ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຮ່ວມຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ວົງພະຈັນ ແສງສຸລິວົງ ວ່າການຫົວໜ້າທະນາຄານກາງປະຈໍາພາກກາງ, ທ່ານ ຫງວຽນ ເຄືອງກັວກ ຜູ້ຈັດການສາຂາສະຫັວນນະເຂດ ຄະນະພະແນກຊສ.ສຂ, ຄະນະ 08 ຂະແໜງການອ້ອມຂ້າງ, ວິຊາການຂະແໜງທີ່ດິນ ຕ່າງໜ້າທະນາຄານພັດທະນາລາວສາຂາສະຫັວນນະເຂດ ແລະ ພະນັກງານວິຊາການທະນາຄານຊາຄອມແບ໋ງ ເຂົ້າຮ່ວມທັງໝົດ 42 ສະຫາຍ, ຍິງ 21 ສະຫາຍ.
Read more: ພິທີມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ຫ້ອງການຈາກທະນາຄານຊາຄອມແບ໋ງລາວ
Page 18 of 25