ໃນຄັ້ງວັນທີ 26 ກຸມພາ 2021 ອ້າຍນ້ອງພະນັກງານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ພ້ອມພຽງກັນສ້າງຂະບວນການອານາໄມລວມ ພາຍໃນຂົງເຂດຮັບຜິດຊອບຂອງໃຜລາວ ໂດຍປະກອບດ້ວຍຄະນະພຊສ, ຄະນະ 08 ຂະແໜງການອ້ອມຂ້າງ ພຊສ ແລະ ພ້ອມດ້ວຍວິຊາການຢ່າງພ້ອມພຽງຮຽງໜ້າ ຕາມທິດຊີ້ນຳຂອງທ່ານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ລົງວັນທີ 26 ກຸມພາ 2021  ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນ ວັນທີ 08 ເດືອນ ມີນາ ວັນແມ່ຍິງສາກົນຄົບຮອບ 111 ປີ ແລະ  ພ້ອມທັງເຮັດໃຫ້ສະພາບແວດລ້ອມອ້ອມຂ້າງ ໃຫ້ມີຄວາມສະອາດຈົບງາມໜ້າຢູ່ອີກດ້ວຍ.

 

         ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 22 ກຸມພາ  2021, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການກຳນົດແຕ່ງງານວຽກງານ ພຊສ ແຂວງ ເພື່ອປະກອບບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງ ຂອງ ພຊສແຂວງ ທີ່ຫ້ອງປະຊຸມຊັ້ນ 02 ຂອງພຊສ ແຂວງ ພາຍໄຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍຄະນະພະແນກພາຍໃນແຂວງ, ຄະນະຈັດຕັ້ງແຂວງ ແລະ ທ່ານຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 05 ທ່ານ.

       

         ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ  18 ກຸມພາ 2021, ໄດ້ຈັດກອງປະຊຸມປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງສະຫັວນນະເຂດ, ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກຊສ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້້ປະກອບດ້ວຍຄະນະ 08 ຂະແໜງ ການອ້ອມຂ້າງ ພຊສ, ພ້ອມດ້ວຍວິຊາການ ລວມທັງໝົດ 18 ທ່ານ, ຍິງ 02 ທ່ານ.

           ໃນຕອນບ່າຍຂອງວັນທີ 10 ກຸມພາ 2021 ໄດ້ຈັດກອງປະຊຸມປຶກສາຫາລື ໃນການກະກຽມການວາງແຜນໃສ່ກອງປະຊຸມຄະນະກຳມະການຮັບຜິດຊອບ ວຽກງານຂຽວສະອາດງາມຕາຂັ້ນແຂວງ ແລະ ຄະນະກຳມະການສິ່ງແວດ ລ້ອມຂັ້ນແຂວງ ຢູ່ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພະແນກ ພຊສ ພາຍໄຕ້ການເປັນປະທານ ຂອງ ທ່ານ ອຸຄຳ ພູນປະກອນ ຫົວໜ໊າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຜູ້ເຂົ້າຮ່ວມປະກອບດ້ວຍຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຮອງຫົວໜ້າຫ້ອງການ ຊສ ນະຄອນໄກສອນພົມວິຫານພ້ອມດ້ວຍວິຊາການ, ອາຈານມະຫາໄລສະຫັວນນະເຂດ ພາກວິຊາກະເສດສາດ ແລະ ສິ່ງແວດລ້ອມວິຊາການ ພຊສ  ທີ່ກ່ຽວຂ້ອງ ແລະ ນ້ອງນັກສຶກສາ ຈຳນວນ 26 ທ່ານ, ຍິງ 6ທ່ານ.

       

   ໃນຕອນບ່າຍ ຂອງວັນທີ 05 ກຸມພາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພ້ອມອ້າຍນ້ອງນັກຮຽນຝຶືກງານ

Subcategories