ໃນຕອນບ່າຍ ຂອງວັນທີ 14 ມັງກອນ 2022 ທີ່ຜ່ານມາ ຊາວໜຸ່ມຮາກຖານພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 26 ສະຫາຍ ຍິງ 12 ສະຫາຍ ໄດ້ພ້ອມກັນສ້າງຂະບວນການ ອອກແຮງງານອານາໄມລວມ ເພື່ອຂຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ ແລະ ຕ້ອນ ຮັບ ກອງປະຊຸມທ້າຍສະໄໝ ຂອງຮາກຖານພັກ ພະແນກ ຊສ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້າ.

      ໃນຕອນເຊົ້າ ຂອງ ວັນທີ 07 ມັງກອນ 2022, ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ທີ່ຂຶ້ນກັບຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຄະນະພັກຮາກຖານ ພຊສ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກແຂວງ ນອກຈາກນັ້ນຍັງມີ ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ທີຂຶ້ນກັບຮາກຖານພັກ ພຊສ ແຂວງ ຕະຫຼອດຮອດສະມາຊິກພັກທັງໝົດພາຍ ໃນໜ່ວຍ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 33 ສະຫາຍ ສະຫາຍ, ຍິງ 16 ສະຫາຍ, ໃນກອງປະຊຸມ ສະຫາຍ ບຸນຊູ ວົງສະຫວັນ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການ ເມືອງໃນໄລຍະ 05 ປີ ( 2017-2021 )  ແລະ ວາງທິດທາງແຜນການ 05 ປີ (2022-2026) ໃນຕໍ່ໜ້າ ຂອງໜ່ວຍພັກຂະແໜງບໍລິ ຫານ ແລະ ຈັດຕັ້ງ ຢ່າງຮອບດ້ານ.

         ກອງປະຊຸມໃຫຍ່ຄັ້ງທີ II ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ເລຂາຄະນະໜ່ວຍພັກຂະ     ແໜງທີ່ດິນ ຂຶ້ນກັບຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຊຸດໃໝ່ ມີຜູ້ສະໝັກ 05 ສະຫາຍ, ຍິງ 01 ສະຫາຍ, ເລືອກໄດ້ 03 ສະຫາຍ, ຍິງ 01 ສະຫາຍ, ໂດຍຜ່ານກອງປະຊຸມຄັ້ງປະຖົມມະລຶກ ຄະແນນສຽງສ່ວນຫຼາຍເຫັນດີໃຫ້ ສະຫາຍ ສີວິໄລພອນ ສີສຸວົງ ເປັນເລຂາໜ່ວຍພັກ ( ຊຸດໃໝ່ ), ສະຫາຍ ປິດຕາ ໄຊຍະລາດ ເປັນຮອງເລຂາ, ສະຫາຍ ນາງ ປານທິບ ລາຊຈັກ ເປັນກຳມະການ. 

         ທາງຄະນະພັກຮາກຖານ ໄດ້ມອບຊໍ່ດອກໄມ້ ແລະ ກະຕ່າຂອງຂວັນ ໃຫ້ຄະນະໜ່ວຍພັກຊຸດເກົ່າ ແລະ ຄະນະໜ່ວຍພັກຊຸດໃໝ່.

        ຈາກນັ້ນ ປະທານກອງປະຊຸມ ກໍ່ໄດ້ໂອລົມ ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາທີສໍາຄັນ ແລະ ຄວນໄດ້ເອົາໃຈໃສ່ຄື:

- ສືບຕໍ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານສະມາຊິກພັກໃຫ້ຮັບຮູ້ເຊື່ອມຊຶມ ຢ່າງເລິກເຊິ່ງ ກ່ຽວກັບກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ແນວທາງແຜນນະໂຍ ບາຍຂອງພັກ-ລັດ ວາງອອກ ໃນແຕ່ລະ ໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນການໃຫ້ສຳເລັດ;

  • ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ, ກໍ່ສ້າງພະນັກງານທີ່ຢູ່ໃນຄວາມຮັບ ຜິດຊອບໃຫ້ມີຄຸນນະພາບ ເພື່ອສ້າງໃຫ້ໄດ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າມີຄວາມຫ້າວຫັນ ໃນໜ້າທີ່ວຽກງານໃຫ້ໄດ້ເຂົ້າຮ່ຳຮຽນເອກະສານ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາ ຊົນປະຕິວັດລາວ ພ້ອມນັ້ນປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ລະບອບ ລາຍງານສ່ອງແສງໃຫ້ເປັນປົກກະຕິ.

        ມາຮອດເວລາ 11 ໂມງ 30 ນາທີ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ

 

     ໃນຕອນບ່າຍຂອງວັນທີ 6 ມັງກອນ 2022 ເວລາ 13 ໂມງ 30 ນາທີ ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານຂ່າວສານປະຊາສໍາພັນ, ການປັບເວັບໄຊ, ແນະນໍາການຄຸ້ມຄອງ, ນໍາໃຊ້ ແລະ ເກັບຮັກສາຂໍ້ມູນ-ຂ່າວສານ, ການບໍລິຫານເອກະສານທາງລັດຖະການ, ຂຶ້ນທະບຽນຊັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໂດນການເປັນປະທານ ຂອງ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ມີຄະນະທີມງານຈາກຫ້ອງການກະຊວງ, ຫົວໜ້າຄະນະຂະແໜງ, ວິຊາການທີ່ກ່ຽວຂ້ອງ ທີ່ຂຶ້ນກັບ ພຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິ່ງ 10 ທ່ານ.

     ຄະນະປະທານ ໄດ້ສະເໜີຈຸດປະສົງ ແລະ ມີຄໍາເຫັນຕໍ່ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ຕໍ່ກອງປະຊຸມ ແລະ ກໍ່ໄດ້ຮັບຟັງການລາຍງານກ່ຽວກັບຈຸດປະສົງ ແລະ ບັນດາໜ້າວຽກທີຈະລົງມາເຄື່ອນໄຫວຊຸກຍູ້, ແລກປ່ຽນບົດຮຽນ.

 

      ໃນຕອນເຊົ້າ ຂອງ ວັນທີ 05 ມັງກອນ 2022, ໜ່ວຍພັກຂະແໜງທີ່ດິນ ທີ່ຂຶ້ນກັບຮາກຖານ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງ ພຊສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຄະນະພັກຮາກຖານ ພຊສ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກແຂວງ ນອກຈາກນັ້ນຍັງມີ ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ທີຂຶ້ນກັບຮາກຖານພັກ ພຊສ ແຂວງ ຕະຫຼອດຮອດສະມາຊິກພັກທັງໝົດພາຍໃນໜ່ວຍ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 45 ສະຫາຍ ສະຫາຍ, ຍິງ 14 ສະຫາຍ, ສະມາຊິກສໍາຮອງ 04 ສະຫາຍ, ຍິງ 03 ສະຫາຍ, ໃນກອງປະຊຸມ ສະຫາຍ ບູລິກາ ອິນທິລາດ ກໍາມະການໜ່ວຍພັກຂະແໜງທີ່ດິນ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 05 ປີ ( 2017-2021 )  ແລະ ວາງທິດທາງແຜນການ 05 ປີ (2022-2026) ໃນຕໍ່ໜ້າ ຂອງໜ່ວຍພັກຂະແໜງທີ່ດິນ ຢ່າງຮອບດ້ານ.

     ໃນວັນທີ 01/12/2021 ຄະນະຮາກຖານຊາວຫນຸ່ມ ພຊສ ແລະ ຕ່າງໜ້າ ໜ່ວຍຊາວໜຸ່ມ ອ້ອມຂ້າງພະແນກ ຊສ ຈຳນວນ 05 ສະຫາຍ ຍິງ 01 ສະຫາຍ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງກອງເຍົາວະຊົນ ທັນວາ ຄົບຮອບ 66 ປີ ຜ່ານລະບົບ ອອນໄລ ຢູ່ຫ້ອງປະຊຸມ ຊັ້ນ 02 ພຊສ ໃນພິທີດັ່ງກ່າວ ໃຫ້ກຽດປະຖະກະຖາ ແລະ ໂອ້ລົມ ຂອງທ່ານ ພູລຳພອນ ສີຫາວົງ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ທ່ານຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນໃນດ້ານຕ່າງໆ ແລະ ແຜນການໃນຕໍ່ໜ້າ, ຈາກນັ້ນກໍ່ໄດ້ມີ ການຖາມ-ຕອບ ແລະ ມອບຂອງຂັນລາງວັນ ໃຫ້ຫຼານນ້ອຍເຍົາວະຊົນ.

 

 

 

Subcategories